ໜອງສະເດັດເຈົ້າສຸພານຸວົງ ຈະກາຍເປັນແຫຼ່ງທ່ອງທ່ຽວຂອງແຂວງຊຽງຂວາງ

288

ບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ຕັດສິນໃຈເຂົ້າພັດທະນາໜອງນໍ້າ ຫຼື ໜອງສະເດັດເຈົ້າສຸພານຸວົງໃຫ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດຕິດພັນກັບປະຫວັດສາດ ແລະ ເປັນສູນລວມຄົນຮັກມັກໃນການຍ່າງອອກກຳລັງກາຍ ເພື່ອສຸຂະພາບ, ບໍລິການຮ້ານອາຫານ, ທີ່ປະຊຸມ, ຂີ່ງສະລິງ, ຕູບ, ຊົມວິວເບິ່ງຄວາມມະຫັດສະຈັນຂອງທຳມະຊາດ ແລະ ສູບດົມອາກາດບໍລິສຸດທີ່ສຸດ, ຊົມຄວາມສວຍງາມຂອງເທສະບານເມືອງ.
ໜອງສະເດັດເຈົ້າສຸພານຸວົງ ເຊິ່ງຕັ້ງຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ຮັບອະນຸຍາດຢ່າງເປັນທາງການ ໃນວັນທີ 24 ມັງກອນ 2020 ໃນຮູບແບບເຊົ່າ – ສຳປະທານເປັນເວລາ 30 ປີ ການພັດທະນາແບ່ງອອກເປັນ 5 ໄລຍະ ເຊິ່ງໄລຍະທຳອິດແມ່ນສຳຫຼວດກວດກາປັກຫຼັກໝາຍຂອບເຂດເນື້ອທີ່ເຊົ່າສຳປະທານ ຈຳນວນ 123 ເຮັກຕາ, ກໍ່ສ້າງເສັ້ນທາງ, ປັບໜ້າດິນສະຖານທີ່ຈັດງານແຂ່ງຂັນຊ່ວງເຮືອ ແລະ ບຸນປະເພນີຕ່າງໆ, ບ່ອນຈອດລົດ ແລະ ປັບປຸງໜອງ.

ໄລຍະທີ 2 ປັບປຸງ ແລະ ຂະຫຍາຍປູກຕົ້ນໄມ້ໃຫຍ່, ປັບປຸງໜອງສໍາລັບລ້ຽງປາທໍາມະຊາດ, ສ້າງສວນດອກໄມ້, ສວນສະໜຸກ, ສ້າງບ່ອນຫຼິ້ນກີລາ, ບ່ອນຍ່າງອອກກຳລັງກາຍກາງແຈ້ງ, ດື່ມກາເຟ, ຈຸດຊົມວິວ.
ໄລຍະທີ 3 ກໍ່ສ້າງຮ້ານອາຫານ, ຫ້ອງຈັດງານລ້ຽງສ້າງສັນ ແລະ ຫ້ອງຈັດງານດອງ, ໄລຍະທີ 4 ກໍ່ສ້າງຂອບເຂດເຮືອນຈໍາລອງຂອງບັນດາຊົນເຜົ່າຕ່າງໆໃນແຂວງຊຽງຂວາງ ແລະ ໄລຍະທີ 5 ບຸກກໍ່ສ້າງເຮືອນພັກ ແລະ ຣີສອດ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວວ່າ: ໜອງສະເດັດເຈົ້າສຸພານຸວົງ ເປັນໜອງໜຶ່ງທີ່ມີຄວາມສວຍງາມຕາມທຳມະຊາດມາແຕ່ດຶກດຳບັນ ແຕ່ຍັງບໍ່ທັນໄດ້ມີການພັດທະນາປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຂອງສັງຄົມ ຜ່ານມາມີ 5 ບໍລິສັດທັງໃນ ແລະ ຕ່າງປະເທດທີ່ຢາກພັດທະນາ ແຕ່ກໍບໍ່ເກີດ. ສະນັ້ນ, ບໍລິສັດກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ແມ່ນເປັນບໍລິສັດທີ 6 ແລະ ເປັນບໍລິສັດຄົນລາວສາຍເລືອດຊາວຊຽງຂວາງ 100% ເຊິ່ງເຂົ້າມາເພື່ອພັດທະນາປັບປຸງບໍລິເວນໜອງນໍ້າສະເດັດເຈົ້າສຸພານຸວົງ.

ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ຊຽງຂວາງກໍເປັນອີກໜຶ່ງແຂວງວິລະຊົນໃນຂະບວນການຕໍ່ສູ້ກູ້ຊາດ ແລະ ມີຮ່ອງຮອຍສຳຄັນທາງປະຫວັດສາດຂອງຊາດ ນັບຈາກປະເທດຊາດໄດ້ຮັບການປົດປ່ອຍ ຊຽງຂວາງແມ່ນມີທ່າແຮງຫຼາຍດ້ານໃນການພັດທະນາ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ. ດັ່ງນັ້ນ, ບໍລິສັດຂອງຂ້າພະເຈົ້າຈຶ່ງມີແນວຄວາມຄິດພັດທະນາໜອງນໍ້າ ( ໜອງສະເດັດສຸພານຸວົງ ) ໃຫ້ກາຍເປັນສູນກາງຮອງຮັບການທ່ອງທ່ຽວພາຍໃນແຂວງ ແລະ ບັນດາແຂວງໃກ້ຄຽງ. ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ເຊິ່ງໂຄງການຈະເກີດຂຶ້ນຊ້າ ຫຼືໄວ ຖ້າອາໄສພຽງແຕ່ບໍລິສັດຝ່າຍດຽວກໍຄົງເປັນໄປໄດ້ຍາກ ເບື້ອງລັດ ແລະ ປະຊາຊົນກໍຕ້ອງໃຫ້ການຮ່ວມມື ໂດຍສະເພາະດ້ານການປະສານງານເອື້ອອຳນວຍຄວາມສະດວກໃນດ້ານຕ່າງໆ.

ຄວາມຄືບໜ້າຂອງໂຄງການດັ່ງກ່າວຮອດເວລານີ້ໄດ້ບຸກເບີກພື້ນທີ່ເສັ້ນທາງອ້ອມໜອງ ຈະພັດທະນາເປັນທາງປູຢາງ, ປູກຕົ້ນໄມ້ມີຄ່າ ແລະ ມຸງຄຸນ 111.111 ຕົ້ນ, ປ່ອຍປາ 1.111 ໂຕ ເຊິ່ງແຜນໃນຕໍ່ໜ້າຈະພັດທະນາເປັນໄປແຕ່ໄລຍະທີ່ທາງໂຄງການໄດ້ວາງເອົາໄວ້.