ຄວນມີນະໂຍບາຍຊຸກຍູ້ໃຊ້ຜະລິດຕະພັນລາວ ເພື່ອຫຼຸດຜ່ອນການນໍາເຂົ້າ

121

ບົດລາຍງານປະເມີນສະພາບເສດຖະກິດມະຫາພາກຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ມີຂໍ້ສະເໜີຫຼາຍຂໍ້, ໃນນັ້ນຄວນສົ່ງເສີມ 13 ມາດຕະການທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງອອກ ເພື່ອຊຸກຍູ້ການຜະລິດສະບຽງອາຫານ ແລະ ສິນຄ້າ ໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ ເພື່ອທົດແທນການນໍາເຂົ້າລັດຖະບານຕ້ອງປຸກລະດົມສ້າງຄ່ານິຍົມສິນຄ້າ ແລະ ຜະລິດຕະພັນລາວຜ່ານການອອກນະໂຍບາຍ ຫຼື ມາດຕະການບັງຄັບໃຊ້ຜະລິດຕະພັນລາວໃນບັນດາສໍານັກງານອົງການຂອງລັດ ແລະ ໃຫ້ນະໂຍບາຍ ຫຼື ສິ່ງຈູງໃຈແກ່ພາກເອກະຊົນ ຫຼື ທຸລະກິດທີ່ໃຊ້ຜະລິດຕະພັນລາວ ໂດຍບໍ່ຜິດກັບລະບຽບຂອງອົງການການຄ້າໂລກ ( WTO ).

ອີງຕາມບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ປະຈຳເດືອນກໍລະກົດ 2020 ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກ່ຽວກັບມາດຕະການທີ່ຄວນເອົາໃຈໃສ່ໃນສະພາບທີ່ຄວາມບໍ່ແນ່ນອນຍັງມີສູງ, ການວາງນະໂຍບາຍຄວນເນັ້ນໃສ່ການປັບຕົວເຂົ້າກັບສະພາບປົກກະຕິໃໝ່ໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນສຸມໃສ່ບາງຂໍ້ສະເໜີດ້ານມາດຕະການ ຄື:
ສືບຕໍ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຜູ້ໃຊ້ແຮງງານ ຂະແໜງການຄ້າສືບຕໍ່ຕິດຕາມ ແລະ ຄວບຄຸມລາຄາສິນຄ້າອຸປະໂພກ – ບໍລິໂພກທີ່ສໍາຄັນ ແລະ ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຫຼີກລຽງການສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າຕາມລໍາພັງໃຈຂອງແມ່ຄ້າບາງຈໍານວນ.

ເອົາໃຈໃສ່ປະຕິບັດຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍປະກັນສັງຄົມ ເພື່ອແກ້ໄຂຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ສະບັບເລກທີ 1682/ຮສສ ລົງວັນທີ 10 ມິຖຸນາ 2020; ຄົ້ນຄວ້ານະໂຍບາຍຊ່ວຍແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄ ວິດ – 19 ລວມທັງແຮງງານລາວທີ່ກັບຈາກຕ່າງປະເທດ ໄປຄຽງຄູ່ກັບການສ້າງສິ່ງຈູງໃຈ ແລະ ນໍາໃຊ້ແຮງງານລາວທີ່ກັບຈາກຕ່າງປະເທດ ເຊິ່ງເຂົາເຈົ້າເຫຼົ່ານີ້ຖືວ່າມີລະດັບສີມືແຮງງານດີສົມຄວນ ໃຫ້ເປັນແຮງງານທີ່ສາມາດສະໜອງໃຫ້ແກ່ພາກອຸດສາຫະກໍາພາຍໃນປະເທດທີ່ຍັງມີຄວາມຕ້ອງການແຮງງານສູງ.

ຟື້ນຟູການຜະລິດ – ທຸລະກິດສົ່ງເສີມ 13 ມາດຕະການທີ່ກະຊວງກະສິກໍາ – ປ່າໄມ້ວາງອອກ ເພື່ອຊຸກຍູ້ການຜະລິດສະບຽງອາຫານ ແລະ ສິນຄ້າ ໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ ເພື່ອທົດແທນການນໍາເຂົ້າ, ຍາດແຍ່ງຕະຫຼາດຈີນ ໂດຍເພີ່ມທະວີການຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກໍາ ແລະ ອຸດສາຫະກໍາທີ່ລາວເຮົາມີທ່າແຮງ ແລະ ເປັນທີ່ຕ້ອງການຂອງຕະຫຼາດຈີນ ທັງເປັນການຍາດແຍ່ງກາລະໂອກາດຂອງຂໍ້ຂັດແຍ່ງດ້ານການຄ້າຮອບໃໝ່ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປ ຈີນ ທີ່ມີຄວາມເປັນໄປໄດ້ສູງທີ່ ສປ ຈີນ ຈະຫັນມາພົວພັນການຄ້າກັບບັນດາປະເທດໃນພາກພື້ນອາຊີ, ສວຍໃຊ້ໂອກາດທີ່ຍັງມີການປິດປະເທດ ຕ້ອງໄດ້ເລັ່ງສົ່ງເສີມ ແລະ ປັບປຸງການຜະລິດສິນຄ້າອຸປະໂພກ – ບໍລິໂພກທີ່ມີການຜະລິດພາຍໃນຢູ່ແລ້ວ ເຊັ່ນ: ສະບຽງອາຫານ, ເຄື່ອງປຸງແຕ່ງອາຫານ, ສະບູຝຸ່ນ, ຢາສະຜົມ, ເຈ້ຍອະນາໄມ ແລະ ອື່ນໆ ໃຫ້ພຽງພໍ ແລະ ມີຄຸນນະພາບທຽບເທົ່າກັບສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ເພື່ອໃຫ້ສິນຄ້າທີ່ຜະລິດພາຍໃນນັ້ນສາມາດຕິດຕະຫຼາດ ຫຼື ເປັນທີ່ນິຍົມຂອງຄົນລາວ ເພື່ອກ້າວໄປເຖິງການຢຸດຕິ ຫຼື ເພື່ອຫຼຸດຜ່ອນການເອື່ອຍອີງການນໍາເຂົ້າຈາກຕ່າງປະເທດ. ທີ່ສໍາຄັນຕ້ອງປຸກລະດົມສ້າງຄ່ານິຍົມສິນຄ້າ ແລະ ຜະລິດຕະພັນລາວຜ່ານການອອກນະໂຍບາຍ ຫຼື ມາດຕະການບັງຄັບໃຊ້ຜະລິດຕະພັນລາວໃນບັນດາສໍານັກງານອົງການຂອງລັດ ແລະ ໃຫ້ນະໂຍບາຍ ຫຼື ສິ່ງຈູງໃຈແກ່ພາກເອກະຊົນ ຫຼື ທຸລະກິດທີ່ໃຊ້ຜະລິດຕະພັນລາວ ໂດຍບໍ່ຜິດກັບລະບຽບຂອງອົງການການຄ້າໂລກ ( WTO ).

ສືບຕໍ່ໃຫ້ນະໂຍບາຍຜ່ອນຜັນພາສີອາກອນແກ່ພາກທຸລະກິດໄປອີກໄລຍະໜຶ່ງ ແຕ່ເຮັດແບບຄ່ອຍໆເກັບຄືນເທື່ອລະກ້າວ ເພື່ອຫຼີກລຽງການເກັບຫຼາຍບາດດຽວ. ໃນຂະນະດຽວກັນ, ຄວນຊຸກຍູ້ສົ່ງເສີມທຸລະກິດການຜະລິດ ໂດຍສະເໜີໃຫ້ມີການຄົ້ນຄວ້າຈັດປະເພດທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ເພື່ອສົ່ງເສີມການປ່ອຍສິນເຊື່ອໃຫ້ SME ຢ່າງມີຈຸດສຸມ ແລະ ມີປະສິດທິພາບ; ສົ່ງເສີມໃຫ້ມີການຈັດຕັ້ງກຸ່ມການຜະລິດ ລວມທັງຊຸກຍູ້ການສ້າງຕັ້ງບໍລິສັດຄໍ້າປະກັນສິນເຊື່ອ. ນອກນັ້ນ, ສະເໜີໃຫ້ຄົ້ນຄວ້າຫຼຸດຄ່າທໍານຽມເງິນກູ້ຕ່າງໆທີ່ເຮັດໃຫ້ຕົ້ນທຶນເງິນກູ້ພາກທຸລະກິດເພີ່ມຂຶ້ນ ເຊັ່ນ: ຄ່າທໍານຽມທີ່ຕິດພັນກັບທະບຽນສານ ແລະ ຄ່າທໍານຽມທີ່ຕິດພັນກັບທີ່ດິນທີ່ໃຊ້ເປັນຫຼັກຊັບຄໍ້າປະກັນ.

ຄົ້ນຄວ້າມາດຕະການຊ່ວຍເຫຼືອ ແລະ ຟື້ນຟູບັນດາທຸລະກິດທີ່ຄາດວ່າຕ້ອງໃຊ້ເວລາດົນໃນການຟື້ນຕົວ ເປັນຕົ້ນແມ່ນທຸລະກິດການທ່ອງທ່ຽວໃນສະພາບການໃໝ່ນີ້ ໂດຍຫັນປ່ຽນຮູບແບບການທ່ອງທ່ຽວຈາກແບບເນັ້ນຈໍານວນຫຼາຍ ( Mass Tourism ) ມາເປັນຮູບແບບການທ່ອງທ່ຽວກຸ່ມນ້ອຍທີ່ມີຄຸນນະພາບສໍາລັບນັກທ່ອງທ່ຽວພາຍໃນ. ສະນັ້ນ, ຂະແໜງການກ່ຽວຂ້ອງຄວນຄົ້ນຄວ້າຫາຮູບແບບການບໍລິການທີ່ເນັ້ນຄວາມສະອາດ, ຮັກສາສຸຂະພາບ, ເນັ້ນຄວາມເປັນສ່ວນຕົວ ແລະ ປອດໄພ ເປັນຕົ້ນ; ເອົາໃຈໃສ່ປັບປຸງການຈໍລະຈອນຂົນສົ່ງສິນຄ້າໃຫ້ໂລ່ງລ່ຽນເປັນປົກກະຕິ ເພື່ອຫຼີກລຽງບັນຫາສິນຄ້າເຫຼືອບໍ່ພໍຢູ່ບາງ ແຂວງ; ສືບຕໍ່ ແລະ ເລັ່ງປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃຫ້ດີຂຶ້ນໂດຍໄວໃນເງື່ອນໄຂທີ່ຍັງມີການປີດດ່ານຊາຍແດນ ເພື່ອສາມາດດຶງດູດການລົງທຶນໃຫ້ຫຼາຍຂຶ້ນໃນຕໍ່ໜ້າ.

ເລັ່ງພັດທະນາ ແລະ ປັບປຸງຄຸນນະພາບການໃຫ້ບໍລິການ ແລະ ພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ແລະ ການສື່ສານ ເຊິ່ງການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ໂລກ ກໍຄືປະເທດເຮົາກ້າວ ເຂົ້າຍຸກດິຈິຕອລໄວຂຶ້ນ. ທັ້ງນີ້ ກໍເພື່ອເປັນການຊ່ວຍປະຢັດຄ່າໃຊ້ຈ່າຍໃນການຈັດປະຊຸມສໍາມະນາ ແລະ ຝຶກອົບຮົມຕ່າງໆ ທັງພາກລັດ ແລະ ເອກະຊົນ ພ້ອມທັງຊຸກຍູ້ ແລະ ຮອງຮັບການຄ້າອອນລາຍທີ່ມີທ່າອ່ຽງເພີ່ມຂຶ້ນ; ເອົາໃຈໃສ່ເຝົ້າລະວັງ ແລະ ກະກຽມຮັບມືກັບໄພພິບັດທາງທໍາມະຊາດທີ່ອາດກະທົບການຜະລິດ ໂດຍສະເພາະແມ່ນອຸທົກກະໄພທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນນີ້.