“ໝົກໄຄຫີນ” ອາຫານເໜືອປະຈຳລາວ

221

ໝົກໄຄຫີນຖືວ່າເປັນອາຫານພື້ນບ້ານຂອງຄົນລາວທີ່ຢູ່ພາກເໜືອ ເຊິ່ງເປັນອາຫານທີ່ແຊບ ເຮັດໃຫ້ຫຼາຍຄົນມັກຮັບປະທານເປັນປະຈຳ ມື້ນີ້ເຮົາກໍມີສູດທີ່ນຳມາໃຫ້ຜູ້ອ່ານໄດ້ລອງໄດ້ເຮັດລອງເບິ່ງຮັບຮອງວ່າແຊບ.

ສ່ວນປະກອບ

ໄຄ 3-4 ກ້ອນ

ນ້ຳຢານາງ 1 ຖ້ວຍນອ້ຍ

ຜັກຊີ

ໃບຜັກທຽມ

ສະຄານແຫ້ງ

ຫອມບົ່ວແດງ

ກະທຽມ

ໝາກເຜັດ

ເຂົ້າເບືອ 1 ຖ້ວຍນ້ອຍ

ເກືອ 2 ບ່ວງແກງ

ແປ້ງນົວ 1 ບ່ວງຊາ

ໝາກແຄນ 1 ບ່ວງຊາ

ວິທີປຸງແຕ່ງ

ນຳເອົາເຄື່ອງປຸງທຸກຢ່າງໄປບົດລວມກັນ ແລ້ວມາຄົນໃສ່ໄຄໃຫ້ເຂົ້າກັນດີ ຊິມລົດຊາດຕາມຄວາມມັກແລ້ວເອົາໃບຕອງມາຫໍ່ ຫຼັງຈາກນັ້ນນຳໄປນຶ້ງປະມານ 45 – 1 ຊົ່ວໂມງຖືວ່າສຸກດີພ້ອມກິນໄດ້.