ວິທະຍາໄລເຕັກນິກແຂວງວຽງຈັນປະກາດຮັບຜູ້ເຂົ້າຮຽນວິຊາຊີບຟຣີ ມີທີ່ພັກ ແລະ ເບ້ຍລ້ຽງໃຫ້ພ້ອມ

173

ໃຜທີ່ຍັງບໍ່ມີວຽກເຮັດ, ວ່າງວຽກ ຫຼື ເປັນນັກຮຽນທີ່ຈົບພຽງຊັ້ນປະຖົມ ແນະນໍາໃຫ້ສະໝັກທຶນນີ້ ໂດຍວິທະຍາໄລເຕັກນິກແຂວງວຽງຈັນ ປະກາດຮັບຜູ້ເຂົ້າຮ່ວມເຝິກອົບຮົມໃນ 4 ສາຂາຮຽນ ໃນຈໍານວນ 90ຄົນ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຍັງ ແຖມມີຫໍພັກ ແລະ ເບ້ຍລ້ຽງໃຫ້ນໍາອີກ ໂດຍເນັ້ນໃສ່ຜູ້ທີ່ຈົບປະຖົມຂຶ້ນໄປ(ປ 5) ແລະ ຍັງບໍ່ມີອາຊີບເຮັດ.

ປູກເຫັດ

ອີງຕາມແຈ້ງການຂອງວິທະຍາໄລເຕັກນິກແຂວງວຽງຈັນ ເຜີຍແຜນການຮັບນັກຮຽນໂຄງການ SSTVET ປະຈໍາສົກ2019-2020 ວ່າຈະຮັບສະໝັກນັກຮຽນ ເຂົ້າຮ່ວມເຝຶກອົບຮົມໃນ 4 ສາຂານີ້ຄື:
1 ປູກເຫັດ ຈໍານວນ 25 ຄົນ

2 ສ້ອມແປງລົດຈັກ (ຮັບສະເພາະເພດຍິງ) ຈໍານວນ 25 ຄົນ

3 ຊ່າງກໍ່ໂບກ ຈໍານວນ 20ຄົນ

4 ຊ່າງໄມ້ ຈໍານວນ 20 ຄົນ ລວມທັງໝົດ ເປັນ 90ຄົນ.

ດ້ານເງື່ອນໄຂຜູ້ສະໝັກແມ່ນຕ້ອງມີອາຍຸ 15 ຫາ 35ປີ ທີ່ຈົບປະຖົມຂຶ້ນໄປ, ບໍ່ມີວຽກເຮັດງານທໍາ ລວມທັງຄູສັນຍາຈ້າງ ແລະ ອາສາສະໝັກໃນໂຮງຮຽນຕ່າງໆ; ສາມາດພົວພັນເອົາແບບຟອມສະໝັກ ແລະ ຍື່ນໃບສະມັກໄດ້ທີ່ ວິທະຍາໄລເຕັກນິກແຂວງວຽງຈັນ ພະແນກວິຊາການ ໃນໂມງລັດຖະການ ຫຼື ຕາມບັນດາຫ້ອງການສຶກສາທິການ ແລະ ກີລາ ເມືອງຕ່າງໆ ຂອງແຂວງວຽງຈັນ ທີ່ສາມາດສົ່ງແບບຟອມຫາວິທະຍາໄລດັ່ງກ່າວໄດ້.

ຊ່າງໄມ້

ການເຝິກອົບຮົມດັ່ງກ່າວແມ່ນເລີ່ມຮັບສະໝັກແຕ່ວັນທີ 10 ສິງຫາ 2020 ຫາ 21 ສິງຫາ 2020 ແລະ ຈະເລີ່ມຮຽນ ວັນທີ 24 ສິງຫາ 2020ນີ້; ລາຍລະອຽດເພີ່ມເຕີ່ມອ່ານເພີ່ມທີ່ແຈ້ງການ ຫຼື ໂທສອບຖາມຂໍ້ມູນໄດ້ທີ 020 5575 2380, 020 9863 1159, 023 400152.