ຜູ້ບໍລິຫານເຟສບຸ໊ກ ຂຶ້ນເປັນມະຫາເສດຖີອັນດັບ 3 ຂອງໂລກ

108

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ມາກ ຊັກເກີເບີກ ຜູ້ບໍລິຫານເຟສບຸ໊ກສື່ສັງຄົມອອນລາຍຍອດນິຍົມຂອງໂລກໄວພຽງ 36 ປີ ຂຶ້ນເປັນມະຫາເສດຖີອັນດັບ 3 ຂອງໂລກ ຫຼັງມີຊັບສິນທະລຸ 100.000 ລ້ານໂດລາສະຫະລັດ ຫຼື 100 ຕື້ໂດລາສະຫະລັດ ເປັນຮອງພຽງແຕ່ ທ່ານ ເຈຟ ເບຊອສ ຜູ້ກໍ່ຕັ້ງອາເມຊອນ ແລະ ທ່ານ ບີລ ເກດ ຜູ້ຮ່ວມກໍ່ຕັ້ງໄມໂຄຣຊ໊ອຟເທົ່ານັ້ນ.


ທັງນີ້, ເຟສບຸ໊ກ ຍັງເປີດເຜີຍວ່າມີຜູ້ໃຊ້ບໍລິການແອັບພລິເຄຊັນໃນເຄືອສູງເຖິງ 3 ຕື້ລາຍ, ໃນນັ້ນລວມທັງວັອດແອັບ ແລະ ອິນສະຕາແກຣມ.
ລາຍງານລະບຸວ່າ: ມາດຕະການປິດເມືອງ ( ລ໊ອກດາວ ) ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຜູ້ຄົນສ່ວນຫຼາຍເກັບຕົວຢູ່ໃນເຮືອນ ແລະ ທີ່ພັກອາໄສ ເຮັດໃຫ້ເຟສບຸ໊ກມີຍອດການມີສ່ວນຮ່ວມ ຫຼື engagement ເພີ່ມຂຶ້ນ.

ຂະນະທີ່ເວັບໄຊ Foxbusiness ລາຍງານວ່າ: ບໍລິສັດເຕັກໂນໂລຊີສື່ສັງຄົມອອນລາຍຢ່າງເຟສບຸ໊ກ, ອາເມຊອນ, ໄມໂຄຣຊ໊ອຟ ແລະ ກູ ເກິລ ( Google ) ຂະຫຍາຍຕົວເພີ່ມຂຶ້ນຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ພຶດຕິກໍາຂອງຜູ້ຄົນຫັນມານຳໃຊ້ເຕັກໂນໂລຊີເພີ່ມຂຶ້ນ ບໍ່ວ່າຈະເປັນການໃຊ້ຕິດຕໍ່ສື່ສານກັບຄອບຄົວ, ໝູ່ເພື່ອນ, ການສັ່ງຊື້ສິນຄ້າ – ອາຫານໃນໄລຍະລ໊ອກດາວ.


ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ຫຸ້ນຂອງເຟສບຸ໊ກເພີ່ມຂຶ້ນ 30% ເຮັດໃຫ້ມູນຄ່າຊັບສິນຂອງຜູ້ບໍລິຫານເຟສບຸ໊ກເພີ່ມຂຶ້ນຢ່າງໜ້ອຍ 22 ຕື້ໂດລາສະຫະລັດ.