ທຣຳ ໃຊ້ອຳນາດພິເສດເຊັນຄຳສັ່ງຂະຫຍາຍເວລາຈ່າຍເງິນຜູ້ວ່າງງານ

125

ສຳນັກຂ່າວຊິນຮວາ ລາຍງານວ່າ: ປະທານາທິບໍດີ ໂດນັນ ທຣຳ ໄດ້ໃຊ້ອຳນາດພິເສດເຊັນຄຳສັ່ງຂະຫຍາຍເວລາມາດຕະການຊຸກຍູ້ເສດຖະກິດ ແລະ ຈ່າຍເງິນຊ່ວຍເຫຼືອຜູ້ວ່າງງານ, ຫຼັງພັກລັດຖະບານ ແລະ ພັກຝ່າຍຄ້ານປຶກສາຫາລືມາຫຼາຍວັນ, ສຸດທ້າຍໄດ້ຂໍ້ສະຫຼຸບທີ່ 400 ໂດລາສະຫະລັດຕໍ່ອາທິດ ເຊິ່ງຫຼຸດລົງຈາກເດີມ.

ຄຳສັ່ງດັ່ງກ່າວເປັນໜຶ່ງໃນຄຳສັ່ງບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ທີ່ເປີດທາງໃຫ້ຂະຫຍາຍເວລາຈ່າຍເງິນໃຫ້ຜູ້ວ່າງງານ 400 ໂດລາຕໍ່ອາທິດ ໄປຈົນເຖິງທ້າຍປີນີ້ ເຊິ່ງກ່ອນໜ້ານີ້ຜູ້ວ່າງງານໃນສະຫະລັດຈະໄດ້ຮັບເງິນຊ່ວຍເຫຼືອ 600 ໂດລາຕໍ່ອາທິດ ທີ່ສະພາຄອງເກຣດໄດ້ຮັບຮອງ ແລະ ອະນຸມັດເມື່ອເດືອນມີນາຜ່ານມາ ແລະ ຄຳສັ່ງດັ່ງກ່າວໄດ້ໝົດອາຍຸລົງເມື່ອທ້າຍເດືອນກໍລະກົດຜ່ານມາ.

ສຳລັບຄຳສັ່ງອື່ນໆຈະອະນຸມັດໃຫ້ນຳມາດຕະການພັກຊຳລະໜີ້ກັບມາໃຊ້ອີກຄັ້ງ ຫຼັງຈາກທີ່ມາດຕະການດັ່ງກ່າວໝົດອາຍຸລົງເມື່ອທ້າຍເດືອນກໍລະກົດຜ່ານມາ ແລະ ເລື່ອນເວລາການຊຳລະໜີ້ເງິນກູ້ຂອງນັກສຶກສາອອກໄປ.

ແນວໃດກໍຕາມ ຄຳສັ່ງບໍລິຫານຂອງ ທຣຳ ມີທ່າອ່ຽງວ່າຈະຕ້ອງປະເຊີນກັບຄວາມທ້າທາຍທາງດ້ານກົດໝາຍ ເນື່ອງຈາກສະພາຄອງເກຣດມີອຳນາດຕາມລັດຖະທຳມະນູນໃນການກຳນົດຈັດຕັ້ງກອງທຶນຂຶ້ນມາ.