ເປີດສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ

122

ທ້າຍອາທິດຜ່ານມາ ແຂວງ ຫົວພັນ ໄດ້ເປີດສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວຽງມະນີ ລໍນາວຕູ້ ປະທານສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ( ສພປຄ ), ທ່ານ ລຳພູນ ຈັນທະລັງທອງ ຮອງຫົວໜ້າພະແນກພາຍໃນແຂວງຫົວພັນ.

ສພປຄ ແມ່ນສະມາຄົມຂັ້ນທ້ອງຖິ່ນລາວ ເຊິ່ງປະກອບດ້ວຍໄວໜຸ່ມທີ່ມີປະສົບການ/ຊໍານານ ແລະ ຄູຝຶກຂັ້ນບ້ານທີ່ມີທັກສະທາງດ້ານເຕັກນິກວິຊາການ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການໄມ້ປ່ອງ ແລະ ຫວາຍ/ອົງການເກຣດ ( GRET ); ສພປຄ ປະກອບມີ 20 ສະຫາຍ, ໃນນີ້ມີຄູຝຶກ 7 ຄົນ ທີ່ເປັນຕົວແທນໃຫ້ແກ່ສະມາຄົມໃນການຝຶກອົບຮົມໃຫ້ແຕ່ລະບ້ານທີ່ນອນຢູ່ໃນເປົ້າໝາຍຂອງໂຄງການ, ປັດຈຸບັນໄດ້ຈັດຕັ້ງປະຕິບັດຢູ່ຫຼາຍກວ່າ 80 ບ້ານ ໃນ 4 ເມືອງ ຄື: ເມືອງຊໍາເໜືອ, ເມືອງວຽງໄຊ, ເມືອງສົບເບົາ ແລະ ເມືອງຫົວເມືອງ, ໃນຕໍ່ໜ້າຈະຈັດຕັ້ງປະຕິບັດຢູ່ໃນ 10 ເມືອງທົ່ວແຂວງຫົວພັນ.

ສພປຄ ມີຈຸດປະສົງເພື່ອສະໜັບສະໜູນເສີມສ້າງຂີດ ຄວາມສາມາດໃຫ້ກັບຊຸມຊົນ, ຊົນນະບົດຄຽງຄູ່ກັບການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການພັດທະນາຕ່ອງໂສ້ມູນຄ່າໄມ້ປ່ອງ ແລະ ເຄື່ອງປ່າຂອງດົງເຂົ້າໃນການປັບປຸງຊີວິດການເປັນຢູ່ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ, ມີອາຊີບທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ, ພ້ອມເນັ້ນໃສ່ 3 ພາລະກິດຫຼັກ ຄື: (1) ພັດທະນາຂີດຄວາມສາມາດຂອງຊຸມຊົນທ້ອງຖິ່ນແບບມີສ່ວນຮ່ວມໃນການຄຸ້ມຄອງປ່າໄມ້ແບບຍືນຍົງ, ພ້ອມພັດທະນາຕ່ອງໂສ້ມູນຄ່າໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໂດຍຜ່ານການປຶກສາຫາລືກັບຫຼາຍພາກສ່ວນ, ຊຸມຊົນຕໍ່ຊຸມຊົນລວມທັງການເຊື່ອມສານດ້ານບົດບາດຍິງ – ຊາຍ, ສົ່ງເສີມໂອກາດການຈ້າງງານເພື່ອຊຸມຊົນທ້ອງຖິ່ນ; ( 2 ) ພັດທະນາການເຂົ້າເຖິງຕະຫຼາດໄມ້ປ່ອງ, ເຄື່ອງປ່າຂອງດົງໃຫ້ແກ່ຜູ້ຜະລິດ, ຜູ້ປະກອບການຂະໜາດນ້ອຍ – ກາງ ແລະ (3) ພັດທະນາຄວາມຮູ້ແບບມີສ່ວນຮ່ວມປະສົມປະສານກັບວຽກງານການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຈາກພາກສ່ວນຕ່າງໆ ເຊັ່ນ: ກຸ່ມຜະລິດ, ຜູ້ປະກອບການ, ໂຄງການ ແລະ ພາກລັດ.

[ ຂ່າວ – ຮູບ: ນິດຖະໜອມ ]