ສະພາທຸລະກິດມາເລເຊຍ ປະຈຳລາວ ຈັດງານພົບປະນັກທຸລະກິດ

113

ສະພາທຸລະກິດມາເລເຊຍ ປະຈຳ ສປປ ລາວ ( MBCL ) ໄດ້ຈັດງານສະຫຼອງເຄືອຄ່າຍສຳລັບສະມາຊິກມາເລເຊຍ ທີ່ອາໄສຢູ່ ສປປ ລາວ ພາຍໃຕ້ຄຳຂວັນ ” Malam Kam Cheng ” ເຊິ່ງແມ່ນຄຳປະສົມຂອງພາສາມາເລ ແລະ ພາສາຈີນ ທີ່ແປວ່າ: ” Social Networking Night ເພື່ອລວມເອົາຜູ້ປະກອບການຂອງລາວ ແລະ ນັກທຸລະກິດມາເລເຊຍ ເພື່ອສ້າງເວທີການເຮັດທຸລະກິດທີ່ສົມບູນແບບ ຫວັງສ້າງຜົນປະໂຫຍດເຊິ່ງກັນ ແລະ ກັນ.

ທ່ານ Tee Chee Seng ປະທານສະພາທຸລະກິດມາເລເຊຍ ປະຈຳ ສປປ ລາວ ກ່າວວ່າ: ການຈັດງານນີ້ເພື່ອເປັນການຮັດແໜ້ນຄວາມສາມັກຄີລະ ຫວ່າງນັກທຸລະກິດມາເລເຊຍຢູ່ລາວ ແລະ ສ້າງສາຍພົວພັນກັບບັນດາຜູ້ປະກອບການລາວ ເພື່ອເຮັດແນວໃດໃຫ້ໄດ້ມີໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລວມທັງການປຶກສາຫາລື, ແນະນຳທຸລະກິດ ແລະ ຈັບຄູ່ທຸລະກິດຮ່ວມກັນ.

ໄລຍະຜ່ານມາການລົງທຶນຂອງມາເລເຊຍຢູ່ໃນລາວປະກອບມີຫຼາຍຂະແໜງການ ເປັນຕົ້ນແມ່ນ: ການທະນາຄານ, ໂຮງແຮມ – ຮ້ານອາຫານ, ຂົນສົ່ງ, ພະລັງງານ, ກະສິກຳ, ອະສັງຫາ, ຕົວແທນຈໍາໜ່າຍ, ການຄ້າຂາຍທົ່ວໄປ ແລະ ອື່ນໆ.

ສໍາລັບການຈັດງານຄັ້ງນີ້ຖືເປັນການເຄື່ອນໄຫວເລີ່ມຕົ້ນທີ່ດີ ເຮັດໃຫ້ບັນດາສະມາຊິກໄດ້ມາລວມຕົວກັນເພື່ອຮ່ວມກັນດຳເນີນງານຢ່າງບໍ່ຢຸດຢັ້ງ ໂດຍສະເພາະໃນໄລຍະໂຄວິດ – 19 ເຊິ່ງເຮັດໃຫ້ນັກທຸລະກິດມາເລເຊຍໄດ້ມີໂອກາດພົບປະກັນ ທັງເປັນຄວາມມຸ່ງໝັ້ນຂອງສະພາທຸລະກິດມາເລເຊຍ ປະຈຳລາວ ເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດ ແລະ ດໍາລົງຊີວິດຢ່າງມີຄວາມສຸກຢູ່ໃນລາວ.

ທ່ານ Encik Aini ATAN ເອກອັກຄະຣາຊະທູດມາເລເຊຍ ປະຈຳລາວ ກ່າວວ່າ: ໃນນາມສະຖານທູດມາເລເຊຍປະຈໍາລາວມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນບັນດາທຸລະກິດຂອງມາເລເຊຍ ໄດ້ລວມຕົວກັນສ້າງເປັນສະພາທຸລະກິດ ເພື່ອອໍານວຍຄວາມສະດວກໃນການຕິດຕໍ່ປະສານງານ, ການສ້າງເຄືອຄ່າຍທຸລະກິດ ລວມໄປເຖິງການຮ່ວມມື ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງພາຍໃນ ແລະ ສາມາດນຳໃຊ້ຂໍ້ມູນນີ້ໃນການເລີ່ມຕົ້ນໃໝ່ ຫຼື ເສີມສ້າງທຸລະກິດທີ່ມີຢູ່ໃຫ້ມີບາດກ້າວຂະຫຍາຍຕົວສຳລັບນັກທຸລະກິດມາເລເຊຍ ແລະ ສປປ ລາວ.

ໃນພິທີບັນດາຜູ້ປະກອບການຍັງໄດ້ນໍາສະເໜີ ກ່ຽວກັບທຸລະກິດຂອງຕົນ. ນອກນັ້ນສະພາທຸລະກິດມາເລເຊຍ ປະຈຳ ສປປ ລາວ ກໍໄດ້ມອບໃບຍ້ອງຍໍໃຫ້ຜູ້ສະໜັບສະໜູນງານດັ່ງກ່າວ ເຊິ່ງຄາດວ່າຈະມີການຈັດກິດຈະກຳຕ່າງໆໃນທຸກໆເດືອນນັບແຕ່ນີ້ຫາທ້າຍປີ 2020.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ 2020 ທີ່ໂຮງແຮມລາວພລາຊາ ໂດຍມີທ່ານເອກອັກຄະຣາຊະທູດມາເລເຊຍປະຈຳລາວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍນັກທຸລະກິດມາເລເຊຍທີ່ລົງທຶນຢູ່ລາວຫຼາຍພາກສ່ວນເຂົ້າຮ່ວມ.