ຊົນລະປະທານເຊສາລາລັອງ ຄືບໜ້າພຽງ 50% ຫຼັງສ້ອມແປງມາ 10ເດືອນ

98

ການສ້ອມແປງຊົນລະປະທານເຊສາລາລັອງ ໄດ້ເລີ່ມກໍ່ສ້າງມາແຕ່ເດືອນພະຈິກ 2019 ໂດຍກໍານົດໃຫ້ສໍາເລັດໃນເດືອນຕຸລາ 2020 ນີ້, ແຕ່ປັດຈຸບັນເດືອນສິງຫາ ການກໍ່ສ້າງໄດ້ພຽງ 50% ເທົ່ານັ້ນ.

ວັນທີ 7 ສິງຫາ 2020 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ພ້ອມການນຳພະແນກການກ່ຽວຂ້ອງ ໄດ້ໄປຢ້ຽມຢາມເບິ່ງການຜະລິດຂອງປະຊາຊົນເມືອງທ່າປາງທອງ ໂດຍສະເພາະແມ່ນຢ້ຽມຢາມເບິ່ງການສ້ອມແປງຄອງຊົນລະປະທານເຊສາລາລັອງ ທີ່ມີການເປ່ເພ ເພື່ອໃຫ້ສຳເລັດຕາມແຜນ ແລະ ຖ່ວງທັນກັບການສະໜອງນ້ຳໃຫ້ແກ່ການຜະລິດ ກະກຽມຕ້ານແລ້ງຕ້ານຖ້ວມໃນລະດູການນີ້.

ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ລາຍງານໃຫ້ຮູ້ວ່າ: ສະເພາະການສ້ອມແປງຄອງຊົນລະປະທານເຊສາລາລັອງ ມີ 3 ຈຸດ ຍາວ 900 ແມັດ ແລະ ການວາງທໍ່ເພື່ອເອົານໍ້າເຂົ້າສູນເຕັກນິກ ຍາວ 1.100 ແມັດ ແມ່ນບໍລິສັດວັນວິໄລກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ຈຳກັດ ໃນມູນຄ່າ 4,08ຕື້ກີບ ໂດຍແມ່ນເງິນຮ່ວງງົບປະມານສ້ອມແປງສຸກເສີນໄພພິບັດ 2019, ສ່ວນການສ້ອມແປງແມ່ນໄດ້ເລີ່ມໃນເດືອນພະຈິກ 2019 ຮອດເດືອນຕຸລາ 2020 ໃຫ້ສຳເລັດ ເຊິ່ງປັດຈຸບັນສາມາດປະຕິບັດໄດ້ແລ້ວ 50%.

ໂອກາດດຽວກັນ ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ສະແດງຄວາມເປັນຫ່ວງຕໍ່ສະພາບການຜະລິດຂອງປະຊາຊົນໃນປີນີ້ ພ້ອມເນັ້ນໃຫ້ການນຳເມືອງຕ້ອງໄດ້ເອົາໃຈໃສ່ຕໍ່ປັດໃຈຕ່າງໆ ເພື່ອກະກຽມຕ້ານແລ້ງຕ້ານຖ້ວມ, ຕໍ່ກັບບັນຫາການແຫ້ງແລ້ງເມືອງກໍຕ້ອງກະກຽມແນວພັນຕ່າງໆ ບໍ່ວ່າເປັນແນວພັນເຂົ້າ ແນວພັນພືດ ເພື່ອສົ່ງເສີມປະຊາຊົນປູກທົດແທນເຂົ້າທີ່ເສຍຫາຍ, ພ້ອມນັ້ນກໍຕ້ອງລ້ຽງສັດໃຫ້ຫຼາຍ ເພື່ອແກ້ໄຂຊີວິດການເປັນຢູ່ ຂາຍແລກປ່ຽນສິນຄ້າ.

ຊຸກຍູ້ສົ່ງເສີມແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ໃຫ້ເອົາໃຈໃສ່ຕໍ່ການຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ ກໍ່ຄືການສ້າງວຽກເຮັດງານທຳໃຫ້ເຂົາເຈົ້າ; ຕໍ່ກັບການສ້ອມແປງຄອງຊົນລະປະທານເຊສາລາລັອງ ກໍຕ້ອງໃຫ້ສຳເລັດຕາມແຜນ ເພື່ອໃຫ້ຖ່ວງທັນກັບການຕ້ານແລ້ງ ແລະ ການຜະລິດນາແຊງຂອງປະຊາຊົນ. ພ້ອມນັ້ນຢູ່ຕາມບັນດາອ່າງເກັບນ້ຳ ແລະ ບ້ານຂອງປະຊາຊົນ ອຳນາດການປົກຄອງເມືອງ ກໍຕ້ອງປຸກລະດົມປະຊາຊົນໃຫ້ພ້ອມກັນຮັກສາທຳມະຊາດ ແລະ ປ່າໄມ້ ເພາະສິ່ງເຫຼົ່ານັ້ນ ແມ່ນຕິດພັນກັບການດຳລົງຊີວິດປະຈຳວັນຂອງພວກເຮົາ ເຮັດໃຫ້ພວກເຮົາມີອາຫານຈາກທຳມະຊາດ ແລະ ຕາມລະດູການ ໄວ້ກິນ ແລະ ເປັນສິນຄ້າອີກດ້ວຍ.

ຂໍ້ມູນຈາກ: Media Laos