ປີໂຕຣເທຣດ ຈັດກິດຈະກໍາຊ່ວຍເຫຼືອສັງຄົມປະຈໍາປີ 2020 ມູນຄ່າ 85 ລ້ານກວ່າກີບ

170

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຫຼື ປີໂຕຣເທຣດ ໄດ້ຈັດກິດຈະກໍາຊ່ວຍເຫຼືອສັງຄົມປະຈໍາປີ 2020 ໂດຍການເພື່ອມອບເຄື່ອງຊ່ວຍເຫຼືອປະເພດຕ່າງໆທີ່ກ່ຽວຂ້ອງກັບຊີວິດປະຈໍາວັນ ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ໂດຍແບ່ງອອກເປັນ 3 ຈຸດສໍາຄັນໄດ້ແກ່: ສູນເສຍອົງຄະພິເສດ 790 ບ້ານທ່າງ່ອນ ເມືອງໄຊທານີ; ໂຮງຮຽນສຶກສາພິເສດ (ສູນຄົນພິການຕາ) ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ແລະ ວັດປ່າດວງຕາທັມມາຣາມ ບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 85 ລ້ານກວ່າກີບ.


ກິດຈະກໍາດັ່ງກ່າວ, ໃຫ້ກຽດນໍາໂດຍ ທ່ານ ຈັນທອນ ສິດທິໄຊ ອໍານວຍການໃຫຍ່ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ, ຕະຫຼອດຮອດພະນັກງງານພາຍໃນບໍລິສັດເຂົ້າຮ່ວມ. ໃນນີ້, ໄດ້ມບໍລິຈາກເຄື່ອງໃຫ້ໂຮງຮຽນສຶກສາພິເສດ (ສູນຄົນພິການຕາ) ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ຈໍານວນ 135 ຄົນ ປະກອບມີ: ເຂົ້າສານ, ໝີ່ໄວໆ, ປາກະປ໋ອງ, ມຸ້ງ, ຜ້າຫົ່ມ, ຕູ້ນໍ້າຮ້ອນ-ນໍ້າເຢັນ, ໂຕະຫີນ ແລະ ເຄື່ອງໃຊ້ຈໍາເປັນ ລວມມູນຄ່າ 38 ລ້ານກວ່າກີບ.

ສໍາລັບລາຍການມອບເຄື່ອງຊ່ວຍເຫຼືອໃຫ້ສູນເສຍອົງຄະພິເສດ 790 ບ້ານທ່າງ່ອນ ເມືອງໄຊທານີ ປະກອບມີ ເຂົ້າໜຽວ, ຄອມພິວເຕີຕັ້ງໂຕະ ແລະ ປິນເຕີ້, ໝໍ້ຂາງ, ໝໍ້ແກງ, ໝໍ້ໜຶ້ງເຂົ້າ, ຜ້າຫົ່ມ, ໝີ່ໄວໆ, ປາກະປ໋ອງ ແລະ ເຄື່ອງໃຊ້ຈໍາເປັນ ລວມມູນຄ່າ 36 ລ້ານກວ່າກີບ.

ໃນຕອນທ້າຍຄະນະຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດ ຍັງໄດ້ຖະຫວາຍເຄື່ອງໄຊຍະທານໃຫ້ແກ່ວັດປ່າດວງຕາທັມມາຣາມ ບ້ານຫົວຂົວ ເມືອງນາຊາຍທອງ ນະຄອນຫຼວງວຽງ ປະກອບມີ: ທຽນເຂົ້າພັນສາ + ຜ້າໄກ + ຄຸສັງກະທານ; ນໍ້າດື່ມ, ເຂົ້າສານ, ຜ້າຫົ່ມ, ດອກໄຟ, ສາຍໄຟຟ້າ ແລະ ເຄື່ອງໃຊ້ສໍາລັບພະສົງສໍາມະເນນ ລວມມູນຄ່າ 11 ລ້ານກວ່າກີບ.