ອາການຕາແຫ້ງ ອັນຕະລາຍຕໍ່ໄວເຮັດວຽກ

142

ອະໄວຍະວະທີ່ສຳຄັນສຳລັບຄົນເຮົາ ແຕ່ສ່ວນຫຼາຍຄົນເຮົາມັກຈະປ່ອຍປ່ະລະເລີຍ ນັ້ນກໍຄື ດວງຕາ ສ່ວນຫຼາຍຄົນເຮົາຈະສົນໃຈເລື່ອງຂອງຜິວພັນ ແລະ ອະໄວຍະວະອື່ນໆ ຫຼາຍແຕ່ດວງຕາກັບຖືກເບິ່ງຂ້າມ ແລະ ບໍ່ໄດ້ຮັບການໃສ່ໃຈເທົ່າທີ່ຄວນ ກວ່າເຮົາຈະຫັນມາເບິ່ງແຍງກໍ່ເມື່ອໃນຍາມທີ່ເຮົາເປັນພະຍາດໄປແລ້ວ ຫຼື ມີອາການທີ່ເຮັດໃຫ້ເຈັບ ຫຼື ສົ່ງຜົນໃນການເບິ່ງເຫັນໄປແລ້ວ.

ອາການ ຕາແຫ້ງ ກໍເປັນອາການທີ່ມັກຖືກເມີນເສີຍ ເຊັ່ນດຽວກັນ ແມ້ນແຕ່ວ່າຈະເບິ່ງຄືອາການເລັກນ້ອຍເທົ່ານັ້ນ ແຕ່ຖ້າຫາກປ່ອຍໄວ້ໂດຍທີ່ບໍ່ເບິ່ງແຍງ ຫຼື ຮັກສາອາການນີ້ ອາດຈະສົ່ງຜົນຕໍ່ສຸຂະພາບ ແລະ ການແນມເຫັມໃນໄລຍະຍາວໄດ້.

ອາການ ຕາແຫ້ງ ເປັນແນວໃດ? ແບບໃດເຖິງເອີ້ນວ່າຕາແຫ້ງ?

ພະຍາດຕາແຫ້ງ ມີອາການສະແດງຄື ເຄືອງຕາຄືກັບມີເສດຝຸ່ນຢູ່ໃນດວງຕາ ເຮັດໃຫ້ຮູ້ສຶກແສບຕາງ່າຍ ໄດຍສະເພາະເມື່ອມີລົມພັດຖືກດວງຕາ ຫຼື ເມື່ອຢູ່ໃນຫ້ອງແອຈະຮູ້ສຶກໄດ້ວ່າດວງຕາແຫ້ງ ແລະ ຮູ້ສຶກດີເມື່ອໄດ້ຫຼັບຕາ ຫຼື ການອ່ານໜັງສື ການເຮັດວຽກໜ້າຈໍຄອມພິວເຕີໃນໄລຍະໃກ້ແລ້ວຜ່ານໄປປະມານໄລຍະໜຶ່ງຈະຮູ້ສຶກວ່າ ຕາມົວໆ ທັ້ງໝົດນີ້ລ້ວນແລ້ວແຕ່ເປັນອາການທີ່ບົ່ງບອກເຖິງພະຍາດຕາແຫ້ງ.

ສັນຍານອັນຕະລາຍ ຕາແຫ້ງ ມີດັ່ງນີ້ ປວດແສບປວດຮ້ອນບໍລິເວນດວງຕາ, ຕາແດງ, ນ້ຳຕາໄຫຼ, ຫຼັບຕາດຸ, ຕາຝ້າມົວ ແລະອື່ນໆ.

ສາເຫດຂອງອາການຕາແຫ້ງ

-ການໃຊ້ສາຍຕາໄລຍະໃກ້ ເຊັ່ນ: ການເບິ່ງຈໍຄອມເປັນເວລາດົນ ຫຼື ການອ່ານໜັງສືຕໍ່ເນື່ອງເປັນເວລາຫຼາຍຊົ່ວໂມງ.

-ເມື່ອເຂົ້າສູ່ອາຍຸຊ່ວງ 65 ປີຂຶ້ນໄປ ມີອັດຕາການເກີດພະຍາດຕາແຫ້ງສູງກວ່າຊ່ວງອາຍຸອື່ນ.

-ຜູ້ທີ່ໃສ່ຄອນແທກເລນເປັນປະຈຳ.

-ພະຍາດປະຈຳໂຕ ເຊັ່ນ: ເບົາຫວານ, ພູມແພ້ໂຕເອງ, ຄວາມດັນເລືອດສູງ ທີ່ຕ້ອງມີການກິນຢາທີ່ຕ້ອງຂັບຍ່ຽວ ແລະ ສົ່ງຜົນຂ້າງຄຽງເຮັດໃຫ້ເກີດຕາແຫ້ງ.

ວິທີປ້ອງກັນຕາແຫ້ງ

1 ຫຼີກລຽງການອອກແດດ ຫຼື ຖ້າຈຳເປັນຄວນໃສ່ແວ່ນຕາກັນແດດ ຫຼື ໝວກທຸກຄັ້ງ.

2 ດື່ມນ້ຳກ່ອນອອກຈາກບ້ານທຸກຄັ້ງ ເພື່ອເຮັດໃຫ້ຕາຊຸ່ມຊື່ນ ແລະ ເພື່ອຊົດເຊຍການສູນເສຍນ້ຳເວລາຢູ່ນອກບ້ານ.

3 ພັກຜ່ອນສາຍຕາຂະນະໃຊ້ຄອມພິວເຕີລະຫວ່າງມື້ທຸກໆ 20-30 ນາທີ.

4 ໃຊ້ນ້ຳຢາທຽມເປັນປະຈຳເພື່ອຄວາມຊຸ່ມຊື່ນໃຫ້ກັບດວງຕາ ຄືກັນກັບທາໂລຊັ່ນໃຫ້ກັບດວງຕາ.

5 ຮັບປະທານອາຫານທີ່ມີວິຕາມິນເອສູງ ເຊັ່ນ ຜັກສີຂຽວ, ຜັກບົ້ງ, ໝາກຫຸ່ງ ແລະ ແຄລອດ ເນື່ອງຈາກໃນກຸ່ມເດັກນ້ອຍນັ້ນມີອາການຕາແຫ້ງເກີດຈາກການບໍ່ໄດ້ຮັບປະທານຜັກ ແລະ ໝາກໄມ້.