ວຸ້ນນໍ້າເຜິ້ງໜາກນາວ ຂອງຫວານສົດຊື່ນ

175

ຂະໜົມກິນຫຼິ້ນແກ້ເຫງົານອນເປັນຂະໜົມທີ່ມີລົດຊາດສົ້ມຫວານ ສົດຊື່ນ ຊ່ວຍແກ້ອາການຫວັດ ຄັນດັງແລະ ເສີມສ້າງຄໍລະເຈນນຳອີກ ຂັ້ນຕອນໃນການປຸງແຕ່ງງ່າຍໆ.

ສ່ວນປະສົມ

ນໍ້າໝາກນາວ 300 ມລ

ນໍ້າເຜິ້ງ 175 ມລ

ນໍ້າດື່ມສະອາດ 500 ມລ

ເກືອ ½ ບ່ວງຊາ

ຜົງເຈລາຕິນ 90 ກຣາມ

ສີປະສົມອາຫານສີເຫຼືອງ 1/8 ບ່ວງຊາ

ວິທີເຮັດ

1 ປະສົມນໍ້າໝາກນາວ ນໍ້າເຜິ້ງ ນໍ້າດື່ມສະອາດ ແລະ ເກືອໃຫ້ເຂົ້າກັນຈາກນັ້ນໃສ່ຜົງເຈລາຕິນລົງໄປຄົນໃຫ້ຜົງເຈລາຕິນລະລາຍປ່ະໄວ້ປະມານ 15 ນາທີ.

2 ຕັ້ງໝໍ້ຂຶ້ນເຮັດໄຟກາງ ນຳເອົາສ່ວນປະສົມທີ່ກຽມໄວ້ຕົ້ມໃຫ້ຟົດ ແລະ ຕົ້ມຈົນຜົງເຈລາຕິນລະລາຍດີໃສ່ສີປະສົມອາຫານລົງໄປ ຄົນໃຫ້ເຂົ້າກັນອີກຮອບ.

3 ຕັກວຸ້ນໃສ່ພິມ ພັກໄວ້ໃຫ້ອຸ່ນ ແລະ ນຳໄປແຊ່ເຢັນໃຫ້ເຊັດໂຕ.

4 ຈັດເສີບໄດ້ເລີຍ ເອົາໄວ້ກິນຫຼິ້ນແກ້ເຫງົານອນຕອນສວາຍໄດ້ເລີຍ.