ກົມປ່າໄມ້ ຮັບຮອງບົດວິພາກເສດຖະກິດເຕັກນິກການປູກໄມ້ແບບມີສ່ວນຮ່ວມ ເນື້ອທີ່ 60 ພັນເຮັກຕາ ຂອງບໍລິສັດບົວລະພາ

259

ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ເຫັນດີຮັບຮອງບົດວິພາກເສດຖະກິດ – ເຕັກນິກໂຄງການລົງທຶນປູກໄມ້ ແລະ ຟື້ນຟູປ່າແບບມີສ່ວນຮ່ວມລະຫວ່າງລັດ – ຜູ້ປະກອບການ, ປະຊາຊົນໃນປ່າຜະລິດແຫ່ງຊາດ ເນື້ອທີ່ 60 ພັນເຮັກຕາ.

ອີງຕາມໃບຢັ້ງຢືນການຮັບຮອງເອົາບົດວິພາກເສດຖະ ກິດ – ເຕັກນິກຂອງກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 2912/ກປມ ລົງວັນທີ 12 ມິຖຸນາ 2020.
ກົມປ່າໄມ້ຕົກລົງ ດັ່ງນີ້:

1 ເຫັນດີຮັບຮອງເອົາ ແລະ ຢັ້ງຢືນວ່າ: ບົດວິພາກ ເສດຖະກິດ – ເຕັກນິກ ສະບັບລົງວັນທີ 12 ມິຖຸນາ 2020 ສໍາລັບໂຄງການລົງທຶນປູກໄມ້ ແລະ ຟື້ນຟູປ່າແບບມີສ່ວນຮ່ວມ ລະຫວ່າງ ລັດ – ຜູ້ປະກອບການ – ປະຊາຊົນໃນເນື້ອທີ່ທັງໝົດ 60 ພັນ ເຮັກຕາ ຢູ່ໃນເຂດປ່າຜະລິດ 3 ແຫ່ງນອນຢູ່ໃນ 2 ແຂວງ ຄື: (1) ແຂວງວຽງຈັນ ແລະ ( 2 ) ແຂວງໄຊຍະບູລີ ຂອງບໍລິສັດ ບົວລະພາ ກະສິ ກໍາ – ປ່າໄມ້ ຈໍາກັດ, ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍ ແລະ ກົດໝາຍຂອງລັດຖະບານ, ມີການກໍານົດຫຼັກການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະ ເໝາະສົມ, ພ້ອມທັງມີຄວາມເປັນໄປໄດ້ສູງໃນການສະໜອງຜົນປະໂຫຍດທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມໃຫ້ແກ່ລັດຖະບານ, ປະຊາຊົນບັນດາເຜົ່າ ແລະ ຜູ້ລົງທຶນ ໄດ້ຢ່າງກຸ້ມຄ່າ ແລະ ທົ່ວເຖິງ ເຊິ່ງລາຍລະອຽດຂອງຜົນການວິພາກເສດຖະ ກິດ – ເຕັກນິກ ໄດ້ສັງລວມໄວ້ຢູ່ດ້ານຫຼັງຂອງໃບຢັ້ງຢືນສະບັບນີ້.

2 ຕິດພັນກັບໃບຢັ້ງຢືນສະບັບນີ້, ຜູ້ລົງທຶນ/ບໍລິສັດ ຕ້ອງປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ມາດຕະການ ແລະ ວິທີການຕ່າງໆດັ່ງທີ່ໄດ້ກໍານົດໄວ້ຢູ່ໃນບົດວິພາກເສດຖະກິດ – ເຕັກນິກ ສະບັບທີ່ຖືກຮັບຮອງນີ້ ໂດຍສະເພາະບັນດາຫຼັກການລວມ, ມາດຕະການ ແລະ ວິທີການດ້ານເຕັກນິກ ແລະ ການມີສ່ວນຮ່ວມຂອງອົງການປົກຄອງ ແລະ ປະຊາຊົນທ້ອງຖິ່ນ.

3 ໃບຢັ້ງຢືນສະບັບນີ້ມີຜົນບັງຄັບໃຊ້ ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ໃນກໍລະນີ ຜູ້ລົງທຶນ/ບໍລິສັດ ຫາກບໍ່ປະຕິບັດຕາມບັນດາຫຼັກການ, ມາດຕະການ ແລະ ວິທີການຕ່າງໆ ດັ່ງທີ່ໄດ້ກໍານົດໄວ້ໃນບົດວິພາກເສດຖະກິດ – ເຕັກນິກທີ່ກ່ຽວຂ້ອງ, ໃບຢັ້ງຢືນສະບັບນີ້ຈະໝົດຄຸນຄ່າການບັງຄັບໃຊ້ ແລະ ຈະຖືກຍົກເລີກການນໍາໃຊ້ໄປໃນຕົວ.

ສໍາລັບການປູກໄມ້ໃນເນື້ອທີ່ 60 ພັນເຮັກຕາ ຂອງບໍລິສັດບົວລະພາກະສິກໍາ ຈໍາກັດ ໃນໄລຍະສໍາປະທານ 50 ປີ ໃຊ້ງົບປະມານ 670.648.486 ໂດລາ ສະຫະລັດ ຈາກການລົງທຶນຄາດວ່າບໍລິສັດຈະສາມາດ ສ້າງລາຍຮັບໄດ້ທັງໝົດ 2.057.608.000 ໂດລາ ແລະ ຄາດວ່າຈະສາມາດສ້າງຜົນແຕກຕ່າງໄດ້ 1.386.959.514 ໂດລາ ຄາດວ່າຈະສາມາດສ້າງວຽກເຮັດງານທໍາ 8.501 ຄົນ.