ລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນສູງສຸດໃນຮອບ 5 ເດືອນ

155

ລາຄານ້ຳມັນດິບໃນຕະຫຼາດໂລກ ໄດ້ເພີ່ມຂຶ້ນສູ່ລະດັບສູງສຸດ ໃນຮອບ 5 ເດືອນ ຫຼັງຈາກສະຫະລັດອາເມຣິກາ ເປີດເຜີຍວ່າ: ນ້ຳມັນດິບໃນຄັງສຳຮອງປະຈຳອາທິດ ຫຼຸດລົງ 7 ລ້ານບາເຣລ ເຊິ່ງເປັນຕົວເລກຫຼຸດລົງຫຼາຍກວ່າທີ່ຄາດຄະເນໄວ້.

ລາຄານ້ຳມັນດິບເວັສເທັກຊັສ ສົ່ງມອບເດືອນກັນຍາຢູ່ຕະຫຼາດຫຸ້ນນິວຢອກ ຢູ່ທີ່ 42,19 ໂດລາສະຫະລັດຕໍ່ ບາເຣລ ເພີ່ມຂຶ້ນ 49 ເຊນ ( 1,2% ), ສ່ວນສັນຍານນ້ຳມັນດິບເບຣນ ສົ່ງມອບເດືອນກັນຍາຢູ່ທີ່ 45,17 ໂດລາສະຫະລັດຕໍ່ບາເຣລ ເພີ່ມຂຶ້ນ 74 ເຊນ ( 1,7% ).

ການປັບຂຶ້ນຂອງລາຄານ້ຳມັນດິບໃນຕະຫຼາດໂລກ ໄດ້ແຮງຍູ້ຈາກສຳນັກງານສື່ສານດ້ານພະລັງງານຂອງສະຫະລັດອາເມຣິກາ ( EIA ) ເປີດເຜີຍວ່າ: ຄັງສຳຮອງນ້ຳມັນດິບ ຫຼຸດລົງ 7,4 ລ້ານບາເຣລ ເມື່ອອາທິດຜ່ານມາ, ເປັນຕົວເລກຫຼຸດລົງຫຼາຍກວ່າທີ່ກຳນົດໄວ້. ນອກຈາກນີ້, ມູນຄ່າສະກຸນເງິນໂດລາສະຫະລັດ ອ່ອນຄ່າລົງເລັກໜ້ອຍເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນ.