ທຣຳ ສັ່ງຫ້າມ ຕິກຕ໊ອກ ເຮັດທຸລະກຳໃນສະຫະລັດ

171
In this July 17, 2019, photo, President Donald Trump arrives to speak at a campaign rally at Williams Arena in Greenville, N.C. (AP Photo/Carolyn Kaster)

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດອາເມຣິກາ ໄດ້ເຊັນຄຳສັ່ງເມື່ອວັນທີ 6 ສິງຫາຜ່ານມາ ຫ້າມບໍລິສັດ ລວມທັງໜ່ວຍງານຕ່າງໆໃນ ສະຫະລັດເຮັດທຸລະກຳຕ່າງໆກັບແອັບຕິກຕ໊ອກ ( Tiktok ) ຫຼື ບໍລິສັດໄບແດນ ເຊິ່ງເປັນບໍລິສັດແມ່ຂອງຕິກຕ໊ອກ ໂດຍມີຜົນບັງຄັບໃຊ້ພາຍໃນ 45 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຫຼັງຈາກທີ່ມີຜົນບັງຄັບໃຊ້ທຸລະກິດຂອງ ບໍລິສັດໄບແດນ ຈະບໍ່ສາມາດເຮັດທຸລະກຳໃດໆໃນສະຫະລັດ ໂດຍປັດຈຸບັນ ບໍລິສັດໄບແດນ ມີສຳນັກງານຕັ້ງຢູ່ລັດແຄລິຟໍເນຍ. ທັງນີ້, ແອັບຕິກຕ໊ອກມີຍອດດາວໂຫຼດຜ່ານມືຖືກວ່າ 175 ລ້ານຄັ້ງ ໃນສະຫະລັດ ແລະ ກວ່າ 1.000 ລ້ານຄັ້ງໃນທົ່ວໂລກ.

ກ່ອນໜ້ານີ້, ບໍລິສັດໄມໂຄຣຊ໊ອຟຍັກໃຫຍ່ດ້ານເຕັກໂນໂລຊີຂອງສະຫະລັດຢືນຢັນວ່າ ໄດ້ເຈລະຈາຂໍຊື້ແອັບຕິກຕ໊ອກໃນສະຫະລັດຈາກ ບໍລິສັດ ໄບແດນ ໂດຍຄາດວ່າຈະບັນລຸຂໍ້ຕົກລົງໃນວັນທີ 15 ກັນຍາຈະເຖິງນີ້. ນອກຈາກນີ້, ໄມໂຄຣຊ໊ອຟຍັງມີແຜນຂໍຊື້ຕິກຕ໊ອກໃນການາດາ, ອົສຕຣາລີ ແລະ ນູແວນເຊລັງ ນຳອີກ.