ສະມາຄົມຂົນສົ່ງທາງອາກາດສາກົນ ຊີ້ພະນັກງານສາຍການບິນທົ່ວໂລກສ່ຽງຕົກງານເພີ່ມ

78

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະມາຄົມຂົນສົ່ງທາງອາກາດສາກົນ ( IATA ) ໄດ້ເປີດເຜີຍບົດລາຍງານຜົນສຳຫຼວດຄວາມເຊື່ອໝັ້ນທາງທຸລະກິດຂອງສາຍການບິນກວ່າ 300 ແຫ່ງທົ່ວໂລກ ໂດຍລະບຸວ່າ ບັນດາສາຍການບິນທີ່ຮ່ວມຕອບແບບສອບຖາມ ( ແບບສຳຫຼວດ ) ປາກົດວ່າ 55% ຕອບວ່າຈຳເປັນຕ້ອງໄດ້ຫຼຸດພະນັກງານລົງອີກໃນອີກ 12 ເດືອນຂ້າງໜ້ານີ້ ເນື່ອງຈາກ ຄວາມຕ້ອງການເດີນທາງຂອງຜູ້ຄົນທົ່ວໂລກຍັງບໍ່ມີສັນຍານວ່າຈະກັບມາອີກຄັ້ງ, ຂະນະທີ່ການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຍັງຮຸນແຮງຂຶ້ນນັບມື້.

ຜູ້ຕອບແບບສອບຖາມປະມານ 45% ລະບຸວ່າ: ໄດ້ຫຼຸດຈຳນວນພະນັກງານລົງແລ້ວໃນໄຕມາດ 2 ຂອງປີນີ້ ເນື່ອງຈາກຈຳເປັນຕ້ອງໄດ້ຫຼຸດຄ່າໃຊ້ຈ່າຍລົງ, ໃນຂະນະທີ່ 57% ຂອງສາຍການບິນທີ່ຕອບແບບສອບຖາມຄາດວ່າອັດຕາການໃຊ້ບໍລິການຂອງຜູ້ໂດຍສານຍັງຈະບໍ່ດີຂຶ້ນ ແລະ ບາງທີອາດຈະຫຼຸດລົງອີກໃນ 12 ເດືອນຂ້າງໜ້ານີ້ ແລະ ຄາດວ່າອາດຈະໄດ້ປັບຫຼຸດຄ່າໂດຍສານລົງ ເພື່ອດຶງຜູ້ໂດຍສານມາໃຊ້ບໍລິການ ແລະ ອີກ 19% ຕອບວ່າອາດພິຈາລະນາປັບຂຶ້ນຄ່າໂດຍສານ ຫາກຜູ້ໂດຍສານທະຍອຍມາໃຊ້ບໍລິການເພີ່ມຂຶ້ນຈົນກັບເຂົ້າສູ່ພາວະປົກກະຕິ.