ອຄ ແຂວງສາລະວັນ ເຊື່ອມຊຶມເອກະສານຂອງພັກ

187

ພະແນກອຸດສາຫະກຳ ແລະ ການຄ້າ ( ອຄ ) ແຂວງສາລະວັນ ໄດ້ເຊື່ອມຊຶມ 6 ເອກະສານສຳຄັນຕ່າງໆຂອງພັກ ແນໃສ່ເຊື່ອມຊຶມດ້ານການເມືອງ – ແນວຄິດໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ໂດຍເປັນກຽດເຜີຍແຜ່ຂອງ ທ່ານ ຄຳຜ່ານ ສີລາວີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ອຄ ແຂວງ ພິທີດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ.

ທ່ານ ຄຳຜ່ານ ສີລາວີ ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຂອງເອກະສານ ແນໃສ່ສຶກສາອົບຮົມການເມືອງ – ແນວຄິດ 3 ບົດ ຄື: ການເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ. ຈາກນັ້ນ, ກໍໄດ້ຮັບຟັງການຜ່ານດຳລັດເລກທີ 127/ລບ ລົງວັນທີ 20 ກຸມພາ 2020 ວ່າດ້ວຍຄວາມຮັບຜິດຊອບໃນການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຄໍາສັ່ງແນະນໍາ ສະບັບເລກທີ 01/ຄຕຟງ ລົງວັນທີ 8 ມັງກອນ 2020 ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ມະຕິຄົບຄະນະບໍລິຫານງານ ຄັ້ງທີ 12 ສະໄໝທີ VIII.

[ ຮູບ – ຂ່າວ: ນາງ ທິດລານີ ໂຄດໂຍທາ ]