ຜູ້ຜະລິດແຈ່ວປາບໍ້າຊໍາເໜືອ ມີລາຍຮັບ 90 ລ້ານກີບຕໍ່ປີ

194

ປີຜ່ານມາແຂວງຫົວພັນ ມີ 14 ຄອບຄົວ ຜະລິດແຈ່ວປາບໍ້າ ສາມາດຜະລິດແຈ່ວປາບໍ້າໄດ້ 25 ກວ່າໂຕນ ມູນຄ່າ 1,2 ຕື້ກວ່າກີບ ສະເລ່ຍຕໍ່ຄອບຄົວໄດ້ 90 ລ້ານກີບ.

ວັນທີ 6 ສິງຫາ 2020 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ( ອຄ ) ແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບປີ 2019 ວຽກງານແຈ່ວປາບ້ຳຂອງເມືອງຊຳເໜືອ ເປັນປະທານຂອງ ທ່ານ ນາງ ພອນວັນ ອິນທະວົງ ຮອງຫົວໜ້າພະແນກ ອຄ, ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງເມືອງຊຳເໜືອ ແລະ ຜູ້ປະກອບການຜະລິດແຈ່ວປາບ້ຳ ເຂົ້າຮ່ວມທັງໝົດ 27 ທ່ານ.

ພາບປະກອບຂ່າວເທົ່ານັ້ນ

ຈຸດປະສົງແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດການຜະລິດແຈ່ວປາບ້ຳ ໃນຂອບເຂດເທສະບານເມືອງຊຳເໜືອ ໃນປີ 2019 ເຊິ່ງເປັນກອງປະຊຸມທີ່ຍົກໃຫ້ເຫັນ ຄວາມສຳຄັນຂອງສິນຄ້າ ODOP ( ຜະລິດຕະພັນແຈ່ວປາບ້ຳ ) ທີ່ສ້າງຊື່ສຽງໂດ່ງດັງເປັນເອກະລັກຂອງເມືອງຊຳເໜືອ ແລະ ສາມາດສ້າງລາຍຮັບໃຫ້ແກ່ຜູ້ຜະລິດ.

ໃນປັດຈຸບັນມີຜູ້ຜະລິດແຈ່ວປາບ້ຳທັງໝົດ 14 ຄອບຄົວ, ໃນປີ 2019 ສາມາດຜະລິດໄດ້ 25.600 ກິໂລ ຄິດເປັນມູນຄ່າ 1,2 ຕື້ກວ່າກີບ, ຖ້າຈະສະເລ່ຍໃສ່ບັນດາຄອບຄົວຜູ້ຜະລິດແມ່ນຕົກຢູ່ 90 ລ້ານ ກີບຕໍ່ຄອບຄົວຕໍ່ປີ.

ກອງປະຊຸມຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຫຍຸ້ງຍາກ, ບັນຫາທ້າທາຍຕ່າງໆໃນການຜະລິດ ແລະ ການຈຳໜ່າຍຜະລິດຕະພັນແຈ່ວປາບ້ຳໃນໄລຍະຜ່ານມາ ເຊັ່ນ: ວັດຖຸດິບທີ່ນຳມາຜະລິດສ່ວນຫຼາຍແມ່ນນຳເຂົ້າມາຈາກບ່ອນອື່ນເຮັດໃຫ້ລົດຊາດປ່ຽນໄປຈາກເດີມ, ການຫຸ້ມຫໍ່ສິນຄ້າກໍບໍ່ໄດ້ມາດຕະຖານ ເຮັດໃຫ້ບໍ່ສາມາດເກັບໄວ້ໄດ້ດົນ ແລະ ສົ່ງອອກບໍ່ໄດ້.

ເຖິງແນວໃດກໍຕາມ, ຍ້ອນຄວາມເປັນຫ່ວງເປັນໄຍຈາກພາກລັດຕໍ່ທຸລະກິດທີ່ຜະລິດແຈ່ວປາບ້ຳ, ກອງປະຊຸມກໍໄດ້ມີທິດທາງແຜນການເຄື່ອນໄຫວຊຸກຍູ້ສົ່ງເສີມໃນຕໍ່ໜ້າ, ທຸລະກິດຕ້ອງໄດ້ບຸກບືນຕື່ມ ເພື່ອເຮັດໃຫ້ໄດ້ຜະລິດຕະພັນທີ່ມີຄຸນນະພາບ, ລົດຊາດໃຫ້ມີລັກສະນະດັ້ງເດີມ ເພື່ອດຶງດູດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ລູກຄ້າ, ດ້ານຄຸນນະພາບກໍຕ້ອງໄດ້ພັດທະນາ, ການຕິດສະຫຼາກກາໝາຍສິນຄ້າສະເໜີໃຫ້ຜູ້ປະກອບການລະບຸນ້ຳໜັກ, ສ່ວນປະກອບ, ອາຍຸຂອງສິນຄ້າຢ່າງຊັດເຈນ ລວມໄປເຖິງເລື່ອງຄວາມສະອາດ.