6 ເດືອນຕົ້ນປີ ເມືອງນອງ ເກັບລາຍຮັບໄດ້ເກືອບ 500 ລ້ານກີບ

150

ການຈັດເກັບລາຍຮັບ 6 ເດືອນຕົ້ນປີ 2020 ຂອງເມືອງນອງ ແຂວງສະຫວັນນະເຂດ ປະຕິບັດໄດ້ 493 ລ້ານກວ່າກີບ ເທົ່າກັບ 26,32%. ໃນນັ້ນ, ຮັບຈາກສ່ວຍສາອາກອນ 160 ກວ່າລ້ານ, ລາຍຮັບທີ່ດິນ 50 ລ້ານກວ່າກີບ, ຊັບສິນລັດ 332 ລ້ານກວ່າກີບ.

ພາບປະກອບຂ່າວເທົ່ານັ້ນ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງນອງ ຄັ້ງທີ 1 ສະໄໝທີ XI ໄດ້ໄຂຂຶ້ນວັນທີ 5 ສິງຫາ 2020 ທີ່ສະໂມສອນຂອງເມືອງເປັນປະທານຂອງ ທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບົວສອນ ມະຫາວົງ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ລຳແກ້ວ ແສງໜູທອງ ເລຂາພັກເມືອງ ເຈົ້າເມືອງນອງ. ບົດສະຫຼຸບຕີລາຄາການຊີ້ນຳໆພາໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນ ທ້າຍປີ 2020 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໂຄງການບຸລິມະສິດຂອງເມືອງໃນປີ 2020 ໂດຍເມືອງມີແຜນການລົງທຶນທັງໝົດ 42 ໂຄງການ, ປະຕິບັດໄດ້ແລ້ວ 28 ໂຄງການ ກວມ 66% ຂອງແຜນການ.

ພາບປະກອບຂ່າວເທົ່ານັ້ນ

ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 493 ລ້ານກວ່າກີບ ເທົ່າກັບ 26,32%. ໃນນັ້ນ, ຮັບຈາກສ່ວຍສາອາກອນ 160 ກວ່າລ້ານກີບ ປະຕິບັດໄດ້ 12,18%, ລາຍຮັບທີ່ດິນ 50 ລ້ານກວ່າກີບ ປະຕິບັດໄດ້ 11,91%, ຊັບສິນລັດ 332 ລ້ານກວ່າກີບ ປະຕິບັດໄດ້ 60,30%, ປະຕິບັດລາຍຈ່າຍ 443 ລ້ານກວ່າກີບ ທຽບໃສ່ແຜນປີ ປະຕິບັດໄດ້ 19,13%, ໄດ້ສະໜອງສິນເຊື່ອໃນການຜະລິດຂອງພໍ່ແມ່ປະຊາຊົນ ມູນຄ່າ 1,52 ຕື້ກີບ, ມາຮອດປັດຈຸບັນມີຍອດສິນເຊື່ອທັງໝົດ 15,594 ຕື້ກີບ, ດ້ານກະສິກຳ – ປ່າໄມ້, ການປັກດຳເຂົ້ານາປີ ບັນລຸໄດ້ 30% ຂອງເນື້ອທີ່ນາ 925 ເຮັກຕາ, ປູກເຂົ້າສວນປະສົມປະສານໄດ້ 3 ພັນກວ່າເຮັກຕາ, ປູກພືດລະດູແລ້ງໄດ້ 1 ພັນກວ່າເຮັກຕາ, ລະດູຝົນ 1 ພັນກວ່າເຮັກຕາ.

ຄຽງຄູ່ກັນນັ້ນ, ຍັງໄດ້ຊຸກຍູ້ໃຫ້ປະຊາຊົນປູກຝັງ – ລ້ຽງສັດຕາມແບບພື້ນບ້ານ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ວຽກງານລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄດ້ຊຸກຍູ້ການພັດທະນາສ້າງບ້ານໃຫຍ່ໃຫ້ຄ້າຍຄືຕົວເມືອງນ້ອຍ, ສຸມໃສ່ວຽກງານການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ. ຈາກນີ້, ກໍໄດ້ສຳເລັດການປະເມີນມາດຖານເງື່ອນໄຂຄວາມທຸກຍາກ ແລະ ການພັດທະນາ. ມາຮອດປັດຈຸບັນເມືອງນອງ ມີບ້ານພົ້ນທຸກ 1 ບ້ານ, ຄອບຄົວພົ້ນທຸກ 336 ຄອບຄົວ, ມີຄອບຄົວພັດທະນາ 104 ແລະ ຍັງມີຄອບຄົວທຸກຍາກ ຈຳນວນ 5.904 ຄອບຄົວ.