ເຊກອງ ສົ່ງອອກສິນຄ້າບັນລຸເກືອບພັນຕື້ກີບ

167

ໃນ 5 ປີຜ່ານມາ ແຂວງເຊກອງ ສາມາດສົ່ງອອກສິນຄ້າໄດ້ທັງໝົດ 967,28 ຕື້ກີບ ສ່ວນໃຫຍ່ສົ່ງໄປປະເທດຫວຽດນາມ, ຈີນ ແລະ ໄທ. ສິນຄ້າຕົ້ນຕໍແມ່ນກະແສໄຟຟ້າ, ຜົນຜະລິດກະສິກໍາ, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງຈໍານວນໜຶ່ງ.

ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ວ່າ: ນັບແຕ່ປີ 2016 – 2020 ແຂວງເຊກອງ ໄດ້ສົ່ງອອກສິນຄ້າທັງໝົດມູນຄ່າ 120,91 ລ້ານໂດລາ ຫຼື ປະມານ 967,28 ຕື້ກີບ ( ອັດຕາແລກປ່ຽນ 8.000 ກີບ/1 ໂດລາ ) ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 71,12% ເຊິ່ງການສົ່ງອອກສ່ວນໃຫຍ່ແມ່ນສົ່ງໄປ ສສ ຫວຽດນາມ, ສປ ຈີນ ແລະ ໄທ ໂດຍສິນຄ້າທີ່ສົ່ງອອກກະແສໄຟຟ້າ ກວມເອົາ 60,75%, ຜົນຜະລິດກະສິກໍາ 18,49%, ຜະລິດຕະພັນໄມ້ສໍາເລັດຮູບ 6,07% ແລະ ເຄື່ອງປ່າຂອງດົງຈໍານວນໜຶ່ງ.

ພາບປະກອບຂ່າວເທົ່ານັ້ນ

ຂະນະທີ່ການນໍາເຂົ້າໃນໄລຍະດຽວກັນ ທຽບໃສ່ແຜນປະຕິບັດໄດ້ 78,66% ເທົ່າກັບ 755,12 ຕື້ກີບ ປະເພດສິນຄ້ານໍາເຂົ້າແມ່ນວັດສະດຸຮັບໃຊ້ການກໍ່ສ້າງ ກວມເອົາ 65,44%, ອຸປະກອນຮັບໃຊ້ການຜະລິດ 15,11%, ພາຫະນະຮັບໃຊ້ການຜະລິດ 14,95%, ສິນຄ້ານໍາເຂົ້າຈາກຊາຍແດນ 3,44% ແລະ ປຸ໋ຍ – ແນວພັນພືດ 1,06%.

ທ່ານຮອງເຈົ້າແຂວງຍັງໃຫ້ຮູ້ອີກວ່າ: ໂດຍປັດຈຸບັນທົ່ວແຂວງມີໂຮງງານອຸດສາຫະກໍາປຸງແຕ່ງທັງໝົດ 463 ຫົວໜ່ວຍ, ມີມູນຄ່າການລົງທຶນທັງໝົດ 236,32 ຕື້ກີບ, ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 1.567 ຄົນ, ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາມີມູນຄ່າທັງໝົດ 341,2 ຕື້ກີບ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ລື່ນແຜນ 69,30%.

ພາບປະກອບຂ່າວເທົ່ານັ້ນ

ສ່ວນວຽກງານກະສິກໍາ – ປ່າໄມ້ ໄດ້ມີການຊຸກຍູ້ສົ່ງເສີມການຜະລິດກະສິກໍາທີ່ເປັນທ່າແຮງ ເປັນຕົ້ນແມ່ນການຜະລິດເຂົ້າ, ກາເຟ, ສາລີ, ມັນຕົ້ນທາດແປ້ງ, ໝາກໄມ້ກິນໝາກ, ພືດຜັກ, ລ້ຽງສັດ ແລະອື່ນໆ, ສະເພາະໃນປີ 2020 ທົ່ວແຂວງສາມາດຜະລິດເຂົ້າໄດ້ທັງໝົດ 42.479 ໂຕນ, ສະເລ່ຍເຂົ້າກິນໃສ່ຫົວຄົນໄດ້ 350 – 400 ກິໂລຕໍ່ຄົນຕໍ່ປີ.

ແນວໃດກໍດີ, ສໍາລັບການພັດທະນາເສດຖະກິດມະຫາພາກໃນ 5 ປີຜ່ານມາ ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 7,7%. ໃນນີ້, ຂະແໜງກະສິກໍາ – ປ່າໄມ້ ເພີ່ມຂຶ້ນ 6,77%, ອຸດສາຫະກໍາ 8,38% ແລະການບໍລິການ ເພີ່ມຂຶ້ນ 8,24% ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍໃສ່ຫົວຄົນ ເທົ່າກັບ 1.728 ໂດລາຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດເຫັນວ່າຄ່ອຍໆຫັນປ່ຽນຈາກກະສິ ກໍາ – ປ່າໄມ້ໄປສູ່ຂະແໜງອຸດສາຫະກໍາ ແລະ ການບໍລິການເທື່ອລະກ້າວ, ທ່ານ ເຫຼັກໄຫຼ ສີວິໄລ ກ່າວ.