ວາງຄາດໝາຍຫັນການເກັບລາຍຮັບເຂົ້າງົບປະມານຜ່ານໂທລະສັບມືຖື

90

ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມເພື່ອຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດ ການຫັນເປັນທັນສະໄໝໃນການຊຳລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານຜ່ານລະບົບໂທລະສັບມືຖືເພື່ອໃຫ້ການເກັບລາຍຮັບມີປະສິດທິພາບຍິ່ງຂຶ້ນ.

ໃນກອງປະຊຸມ ໄດ້ມີການລາຍງານຄວາມຄືບໜ້າຕໍ່ກັບວຽກງານການສ້າງແຜນແມ່ບົດເສດຖະກິດ ດິຈິຕອລຂອງ ສປປ ລາວ ແລະ ແຜນແມ່ບົດການຫັນໄປສູ່ການຊຳລະສະສາງແບບດິຈິຕ໋ອລ ເຊິ່ງບັນດາແຜນເຫຼົ່ານີ້ຈະເປັນບ່ອນອີງທີ່ສຳຄັນໃນການຈັດຕັ້ງປະຕິບັດການຫັນເປັນທັນສະໄໝໃນການຊຳລະສະສາງ ແລະ ເກັບລາຍຮັບເຂົ້າງົບປະມານຜ່ານລະບົບໂທລະສັບມືຖື.

ພາຍຫຼັງການລາຍງານ ຄວາມຄືບໜ້າ, ກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນກັນຢ່າງກົງໄປກົງມາ ເພື່ອແນໃສ່ໃຫ້ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຕອນທ້າຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກໍໄດ້ຊົມເຊີຍຄະນະສະເພາະກິດ, ຄະນະຊ່ວຍວຽກ ກໍຄືແຕ່ລະອະນຸກຳມະການທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຈົນສາມາດນຳມາໄດ້ ເຊິ່ງຜົນສຳເລັດເບື້ອງຕົ້ນ. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ໃຫ້ຄະນະຮັບຊອບສືບຕໍ່ຜັນຂະຫຍາຍບັນດາວຽກງານຢ່າງຕັ້ງໜ້າ ເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ.

ພິທີດັ່ງກ່າວຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ສິງຫາ 2020 ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດດັ່ງກ່າວ, ເຂົ້າຮ່ວມໂດຍ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ; ມີບັນດາທ່ານຮອງລັດຖະມົນຕີ ແລະ ຄະນະກົມຈາກພາກສ່ວນຕ່າງໆທີ່ຕິດພັນກັບວຽກງານຂອງຄະນະສະເພາະກິດດັ່ງກ່າວເຂົ້າຮ່ວມ.