ມິດຊູບິຊິ ຈັດງານ ວັນຄອບຄົວ ມິດຊູບິຊິ ພ້ອມນຳສະເໜີລົດມາໃໝ່ ຫຼາຍລຸ້ນ

78

ໃນວັນທີ 8 ສິງຫາ 2020 ບໍລິສັດ ມິດຊູບິຊິ ມໍເຕີລາວ ໄດ້ຈັດງານ ມິດຊູບິຊິ ແຟມີລີ ເດ ຫຼື ວັນຄອບຄົວ ມິດຊູບິຊິ ຂຶ້ນທີ່ຫ້ອງຂາຍ ມິດຊູບິຊິ T2 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ທ່ຽງທຳ ຜູ້ອຳນວຍການບໍລິສັດ ມິດຊູບິຊິ ມໍເຕີລາວ (KLM), ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຖາວອນ ວົງສົມບັດ ປະທານກຸ່ມບໍລິສັດໂຄລາວ ພ້ອມທັງບັນດາຄະນະສະພາຜູ້ບໍລິຫານກຸ່ມບໍລິສັດໂຄລາວ ແລະ ບັນດາຕາງໜ້າຈາກທຸລະກິດໃນກຸ່ມບໍລິສັດໂຄລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ສະເຫຼີມໄຊ ທ່ຽງທຳ ຜູ້ອຳນວຍການບໍລິສັດ ມິດຊູບິຊິ ມໍເຕີລາວ (KLM) ໄດ້ກ່າວບາງຕອນວ່າ: ຈຸດປະສົງຂອງງານໃນມື້ນີ້ແມ່ນ ມີສອງຈຸປະສົງຫລັກໃຫຍ່ ຄື:

1 ເປັນງານພົບປະແລະ ແລກປ່ຽນປະສົມການສໍາລັບລູກຄ້າທີ່ ນໍາໃຊ້ລົດ ມິດຊູບິຊີ ຂອງພວກເຮົາ. ເຊີ່ງໃນງານຂອງມື້ນີ ຈະມີການ ແຊປະສົບການຈີ່ງ ໃນການນຳໃຊ້ລົດ ມິດຊູບິຊິ.

2 ເປັນການເປີດໂຕຫ້ອງຂາຍ ແລະ ສູນບໍລິການຫລັງການຂາຍໃຫມ່ , ເຊີ່ງພວກເຮົາໄດ້ ມີການປັບໂສມຫນ້າໃຫມ່ ຕາມມາດຕະຖານ ຂອງ ມິດຊຸບິຊີ ມໍເຕິ ຍີ່ປຸ່ນ ໃຫ້ຄືກັນໃນທົ່ວໂລກ ເຊີ່ງມີໂທນສີ ເປັນເອກະລັກ ຄື. ໂທນ ສີ ດຳ ແດງ.

ບໍລິສັດ ມິດຊຸມິຊີ ມໍເຕີ ລາວ ຫລື ບໍລິສັດ KLM ຂອງພວກເຮົາ ເປັນຕົວແທນຈໍ່າຫນ່າຍ ລົດມິດຊຸບິຊິ ຢ່າງເປັນທາງການ ແຕ່ພຽງຜູ້ດຽວ ໃນສປປລາວ ມີສາຂາ ຈຳຫນ່າຍທົ່ວປະເທດ 12 ສາຂາຄື:

ພາກເຫນືອ: ມີຢູ່ແຂວງ ຫລວງນໍ້າທາ; ອຸດົມໄຊ; ຫລວງພະບາງ; ຊຽງຂວາງ ແລະ ຫົວພັນ.

ພາກກາງມີຢູ່ທີ່. ແຂວງວຽງຈັນ ເມືອງໂພນໂຮງ ແລະ ວັງວຽງ ແລະ ນະຄອນຫລວງວຽງຈັນ ເປັນຫ້ອງຂາຍ ຫລັກ.

ພາກໃຕ້: ບໍລິຄຳໄຊ, ແຂວງ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ, ເຊກອງ.

ເຊີ່ງທຸກສາຂາຂອງພວກເຮົາ ນັບແຕ່ນີ້ ຮອດທ້າຍ ປີ 2020 ພວກເຮົາກໍາລັງເລັ່ງປັບປຸງມາດຕະຖານການຂາຍແລະ ການບໍລິການຫລັງການຂາຍ ໃຫ້ໄດ້ມາດຕະຖານດຽວກັນໃນທົ່ວປະເທດ.

ເຊີ່ງງານໃນມື້ນີ້ ພວກເຮົາຈະມີກິດຈະກຳ ມອບໂຊກຂອງລາງວັນ. ການນໍາສະເຫນີ ຜະລິດຕະພັນ ແລະ ຄວາມຮູ້ ສຳລັບການດູແລຮັກສາ ລົດຂອງທ່ານ ຈາກສູນ ມິດຊຸບິຊີ ມໍເຕີລາວ ຂອງພວກເຮົາ .

ຫວັງຢ່າງຍີ່ງວ່າບັນດາທ່ານຈະໄດ້ເປັນຜູ້ໂຊກດີ ໄດ້ຄວາມຮູ້ ແລະ ຄວາມປະທັບໃຈຈາກງານໃນຄັ້ງນີ້. ນັບຈາກນີ້ ເປັນຕົ້ນໄປພວກເຮົາ ຈະເພີ້ມຄວາມເອົາໃຈໃສ່ ເບີ່ງແຍງລົດຂອງທ່ານ ດ້ວຍການບໍລິການ ທີ່ເປັນເລີດ ພວກກເຮົາພ້ອມຮັບຟັງ ຄໍາຕໍາຫນິຕິຊົມຈາກບັນດາ ລູກຄ້າທີ່ເຂົ້າມາເປັນສ່ວນຫນື່ງໃນຄອບຄົວມິດຊຸບິຊີ ຂອງພວກເຮົາດ້ວຍຄວາມຮູ້ບຸນຄູນຢ່າງສູງ ແລະ ພວກເຮົາພ້ອມ ທີ່ຈະປັບປຸງແລະ ພັດທະນາ ໂຕເອງກ້າວສູ່ມາດຕະຖານ ຂອງ ມິດຊຸບິຊີ ມໍເຕີ ຢ່າງເຕັມຮູບແບບ.

+ນອກນີ້ກໍ່ມີ ທີ່ປຶກສາທາງດ້ານການຂາຍ ໄດ້ຂຶ້ນສະເໜີລົດລຸ້ນຕ່າງໆ ບໍ່ວ່າຈະເປັນ: All New X-Pander; All New Pajero Sport; All New Triton ພ້ອມນີ້ໄດ້ຮັບຟັງການວິທີການຮັກສາບຳລັງລົດຕ່າງໆຈາກຜູ້ຊຳນານດ້ານລົດທີີມີປະສົບການ ແລະ ຍັງມີກິດຈະກຳແຈກຂອງລາງວັນໃຫ້ບັນດາຜຸ້ໂຊກດີທີ່ຮ່ວມຫຼີ້ນກິດຈະກຳໃນງານອີກດ້ວຍ.