ລັດຖະບານອອກແຈ້ງການດ່ວນ! ໃຫ້ທົ່ວປະເທດຮ່ວມເປັນເຈົ້າການປະຕິບັດມາດຕະການຜ່ອນຜັນ

97

ອີງຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ໃນປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ຈັດຂຶ້ນໃນວັນທີ 5 ສິງຫາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານຕື່ມ ເປັນຕົ້ນສືບຕໍ່ເຂັ້ມງວດ ຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ.

ເຊິ່ງມື້ນີ້ກໍ່ຄືວັນທີ 7 ສິງຫາ 2020 ຫ້ອງວ່າການສຳນັກງານນນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນ ເຖິງບັນດາລັດຖະມົນຕີ, ອົງການທຽບເທົ່າ ແລະ ເຈົ້າຄອງ, ເຈົ້າແຂວງໃນທົ່ວປະເທດ ໃຫ້ມີທິດຊີ້ນຳເພີ່ມເຕີມກ່ຽວກັບການສືບຕໍ່ເພີ່ມທະວີມາດຕະການຜ່ອນຜັນ, ປ້ອງກັນ ແລະຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.

ໃນນີ້ແມ່ນມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດທ້ອງຖິ່ນ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແມ່ນໃຫ້ນຳໂຕໄປກວດຫາເຊື້ອ ແລ້ວກັກບໍລິເວນຢູ່ໂຮງແຮມ ຫຼື ສູນ ທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ; ພ້ອມນັ້ນກໍໃຫ້ປະກາດອອກຂ່າວສູ່ສັງຄົມ ເພື່ອຮັບຊາບຢ່າງກວ້າງຂວາງ.


ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງວຽງຈັນ ແລະບັນດາແຂວງທົ່ວປະເທດໃຫ້ຕິດຕາມກວດກາ ແລະ ຄຸ້ມຄອງຮ້ານບັນເທິງ, ຮ້ານຄາລະໂອເກະ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວ ແລ້ວນັ້ນ, ຖ້າກວດພົບເຫັນຮ້ານໃດ ຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານ ແມ່ນໃຫ້ດຳເນີນການຕັກເຕືອນ, ປັບໃໝ, ຫາກຍັງຝ່າຝືນຢູ່ ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸລະກິດແລະ ລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ.
ໃຫ້ກະຊວງການຕ່າງປະເທດສົມທົບກັບຄະນະສະເພາະກິດໂຄວິດ-19 ແລະພາກສ່ວນກ່ຽວຂ້ອງສືບຕໍ່ກຽມພ້ອມ ໃນການປະຕິບັດຊ່ອງທາງສີຂຽວກັບ ສສ ຫວຽດນາມ ແລະ ສປ ຈີນ.

ໃຫ້ຄະນະສະເພາະກິດ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະພາກສ່ວນກ່ຽວຂ້ອງສືບຕໍ່ເພີ່ມທະວີການໂຄສະນາ ປະຊາສຳພັນ ແລະ ເຜີຍແຜ່ ໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດມີການລະບາດຂອງພະຍາດ COVID-19 ອີກຮອບໃໝ່, ພ້ອມທັງ ເປັນເຈົ້າການ ແລະ ມີສະຕິໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ຕາມຄຳແນະນໍາຂອງຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ເພື່ອປ້ອງກັນຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ໃຫ້ປອດຈາກການຕິດເຊື້ອຂອງພະຍາດ COVID-19, ພ້ອມກັນນັ້ນ ກໍໃຫ້ໂຄສະນາ ແລະ ເຜີຍແຜ່ການປະຕິບັດໜ້າທີ່ ຂອງຄະນະສະເພາະກິດ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

ຕາມນີ້