ກະຊວງ ຖວທ ປະກາດປັບປຸງການຈັດຕັ້ງໃໝ່ 12 ຕໍາແໜ່ງ

447

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໄດ້ປະກາດປັບປຸງການຈັດຕັ້ງໃໝ່ ໂດຍມີຜູ້ໄດ້ຮັບການປັບປ່ຽນໜ້າທີ່ຕໍາແໜ່ງໃໝ່ ຈໍານວນ 12 ທ່ານ, ມີທັງຫົວໜ້າບັນນາທິການ, ຫົວໜ້າກົມ, ວ່າການຫົວໜ້າກົມ, ຮອງກົມ, ວ່າການຫົວໜ້າສະຖາບັນ ແລະ ຕໍາແໜ່ງອໍານວຍການໃຫຍ່.


ໃນວັນທີ 7 ສິງຫາ 2020 ທີ່ຫໍວັດທະນະທໍາແຫ່ງຊາດ; ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດພິທີປະກາດການປັບປຸງການຈັດຕັ້ງຂອງກະຊວງ ຖວທ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງ ຖວທ ໂດຍມີບັນດາຫົວໜ້າພະແນກ ຖວທ, ບັນດາຫົວໜ້າກົມ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ຂັນແກ້ວ ພົມມະໄກສອນ ກໍາມະການປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ປລະ ພະນັກງານ ກະຊວງ ຖວທ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ; ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 2ຂັ້ນຫົວໜ້າກົມ, ທຽບເທົ່າກົມ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍແຕ່ງຕັ້ງຜູ້ວ່າການຫົວໜ້າກົມ, ທຽບເທົ່າກົມ ແລະ ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍສັບຊ້ອນ, ຍົກຍ້າຍ ແລະ ແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 3 ຂັ້ນຮອງຫົວໜ້າກົມ.

ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 375, 376, 377, 378, 379, 380, 381, 382,383 ແລະ 384/ນຍ, ລົງວັນທີ 1 ກໍລະກົດ 2020 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ. ອອກດໍາລັດມາດຕາ 1 ອະນຸມັດໃຫ້ 1 ທ່ານ ບຸນເລື່ອນ ບຸບຜາ ຫົວໜ້າກົມຮ່ວມມືສາກົນ; 2 ທ່ານ ປິ່ນປາຖະໜາ ພັນທະມາລີ ກໍາມະການພັກກະຊວງ, ຫົວໜ້າກົມສື່ມວນຊົນ; 3 ທ່ານ ຄໍາພວງ ອິນທະວົງສີ ກໍາມະການພັກກະຊວງ ຫົວໜ້າກົມສິລະປະການສະແດງ; 4 ທ່ານ ສູນ ມະນີວົງ ກໍາມະການພັກກະຊວງ ຫົວໜ້າກົມໂຄສະນາການທ່ອງທ່ຽວ; 5 ທ່່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ; 6 ທ່ານ ດວງຈິດ ສະຫວັດບຸນມີ ກໍາມະການພັກກະຊວງ ຫົວໜ້າບັນນາທິການໜັງສືພິມປະຊາຊົນ; 7 ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ; 8 ທ່ານ ໄມ່ສິງ ຈັນບຸດດີ ກໍາມະການພັກກະຊວງ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ; 9 ທ່ານ ສູນທອນ ຄັນທະວົງ ກໍາມະການພັກກະຊວງ ຜູ້ອໍານວຍການສໍານັກຂ່າວສານປະເທດລາວ; 10 ທ່ານ ຕ່ວນ ມວນຈັນ ກໍາມະການພັກກະຊວງ ຫົວໜ້າອໍານວຍການໂຮງຮຽນສິລະປະແຫ່ງຊາດ ກະຊວງ ຖວທ ອອກອຸດໜູນພັກບໍານານ.


ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 430, 431, 432,433, 434 ແລະ 435/ນຍ, ລົງວັນທີ 20 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ2 ຂັ້ນຫົວໜ້າກົມ ແລະ ທຽບເທົ່າກົມ. ອອກດໍາລັດ ມາດຕາ 1 ແຕ່ງຕັ້ງ 1 ທ່ານ ວັນໄຊ ຕະວິນຍານ ເປັນຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; 2 ທ່ານ ສົມສະຫວາດ ພົງສາ ເປັນຫົວໜ້າກົມສື່ມວນຊົນ; 3 ທ່ານ ຄໍາເພົ້າ ວັນນະວົງ ເປັນຫົວໜ້າກົມຮູບເງົາ; 4 ທ່ານ ນາງ ດາລານີ ພົມມະວົງສາ ເປັນຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ; 5 ທ່ານ ຄໍາສຸກ ແກ້ວວົງຊາຍ ເປັນຜູ້ອໍານວຍການສະຖາບັນວິຈິດສິນແຫ່ງຊາດ; 6 ທ່ານ ຄໍາເຜີຍ ພິລາພາ ເປັນຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ກະຊວງ ຖວທ.


ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 434, 435, 436, 437, 466 ແລະ 470/ຖວທ; ລົງວັນທີ 28 ກໍລະກົດ 2020, ລົງວັນທີ 4 ສິງຫາ 2020 ແລະ ລົງວັນທີ 7 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງລັດຖະກອນຮັບໜ້າທີ່ໃໝ່. ມາດຕາ 1 ແຕ່ງຕັ້ງ 1 ທ່ານບົວໄລ ພານຸວົງ ຮອງຫົວໜ້າຫ້ອງການ ເປັນຜູ້ວ່າການຫົວໜ້າຫ້ອງການ; 2 ທ່ານ ຄໍາພັນ ພົນທອງສີ ຜູ້ອໍານວຍການຫໍວັດທະນະທໍາແຫ່ງຊາດເປັນຜູ້ວ່າການຫົວໜ້າກົມສິລະປະການສະແດງ; 3 ທ່ານ ຄົມ ດວງຈັນທາ ຮອງຫົວໜ້າກົມຮ່ວມມືສາກົນ ເປັນຜູ້ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ;

4 ທ່ານ ຄໍາຫຼ້າ ຍອຍສາຍຄໍາ ຮອງຫົວໜ້າສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ເປັນ ຜູ້ວ່າການຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ; 5 ທ່ານ ນາງ ວັນສີ ຈະເລີນສຸກ ຫົວໜ້າກອງລະຄອນຕຸກກະຕາແຫ່ງຊາດ ເປັນຮອງຫົວໜ້າກົມສິລະປະການສະແດງ; 6 ທ່ານ ວຽງພອນ ສຸກຂະວົງ ຫົວໜ້າພະແນກຄຸ້ມຄອງປ້າຍ ແລະ ສວນສາທາລະນະ ສັງກັດກົມວັດທະນະທໍາມະຫາຊົນ ເປັນຜູ້ອໍານວຍການໂຮງຮຽນສິລະປະການສະແດງ.


ພ້ອມນີ້, ໃນພິທີ ທ່ານ ກິແກ້ວ ໄຂຄໍາພິທູນ ຍັງໄດ້ມີຄໍາເຫັນສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາຂອງບັນດາພະນັກງານທີ່ໄດ້ອອກບໍານານ ພ້ອມສະແດງຄວາມຍິນດີກັບຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ໃນຄັ້ງນີ້ ແລະ ເນັ້ນໃຫ້ມີເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບ່າດຂອງຕົນໃຫ້ເກີດປະໂຫຍດສູງສຸດ.


ຂ່າວ: ເອຢິບ-ສຸພາລັກ
ພາບ: ສອນໄຊ