ເມືອງຄອບໜັກຫຼາຍ ຮອບໜຶ່ງຍັງບໍ່ຟື້ນຖ້ວມອີກຮອບສອງ

164

ມີລາຍງານເຂົ້າມາ ເກີດນ້ຳຖ້ວມເມືອງຄອບ ແຂວງໄຊຍະບູລີອີກແລ້ວເປັນຮອບທີ 2 ເນື່ອງຈາກວ່າເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງໃສຄ່ຳຄືນຂອງວັນທີ 6 ສິງຫາຜ່ານມາ ຈຶ່ງກໍ່ໃຫ້ເກີດມີນ້ຳຖ້ວມ ໂດຍສະເພາະມາຮອດຕອນເຊົ້າຂອງວັນທີ 7 ສິງຫາ 2020ນີ້ ໄດ້ເຮັດໃຫ້ນ້ຳຄອບເຊິ່ງເປັນແມ່ນ້ຳທີ່ສຳຄັນຂອງເມືອງບວກກັບສາຍແມ່ນ້ຳຕ່າງໆໄຫຼຫຼັ່ງເຂົ້າມາເຮັດໃຫ້ຖ້ວມທົ່ງນາ, ຮົ້ວໄຮ່ນາສວນ ແລະ ບ້ານເຮືອນຂອງພໍ່ແມ່
ປະຊາຊົນເປັນຈຳນວນຫຼວງຫຼາຍ ໂດຍສະເພາະປະຊາຊົນທີ່ຢູ່ລຽບຕາມແຄມແມ່ນ້ຳ.

ຫຼຸດລາຍວັນເພີ່ມລາຍວັນນ້ຳຝົນປີນີ້

ໃນນັ້ນລວມມີບ້ານມ່ວງດອນມູນ, ບ້ານຜາບ່ອງ, ບ້ານປ່າຄ່າ, ບ້ານປາງໄຮ ແລະ ບ້ານດອນຕັນ ປະຈຸບັນພໍ່ແມ່ປະຊາຊົນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕະຫຼອດຮອດພະນັກງານທະຫານຕຳຫຼວດ ໂດຍສະເພາະແມ່ນໜ່ວຍປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ພວມເລັ່ງຊ່ວຍເຫຼືອພໍ່ແມ່ປະຊາຊົນຂົນເຄື່ອງຂອງ ແລະ ສັດລ້ຽງອອກຈາກບ່ອນນ້ຳຖ້ວມໄປໄວ້ບ່ອນທີ່ປອດໄພ.


ດີແຕ່ມີອ້າຍນ້ອງທະຫານເປັນກຳລັງສຳຄັນຊ່ວຍປະຊາຊົນ


ນອກຈາກນີ້ໜ່ວຍປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງພວມລົງມອບເຄື່ອງ ເຂົ້າປາ, ອາຫານແຫ້ງ ໃຫ້ບັນດາຄອບຄົວທີ່ຖືກຜົນກະທົບເພື່ອບັນເທົາທຸກໃນເບື້ອງຕົ້ນ ສ່ວນມູນຄ່າຄວາມເສຍຫາຍນັ້ນແມ່ນຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ເອົາໃຈຊ່ວຍທຸກຄົນ


ລາຍງານຂ່າວຈາກເມືອງຄອບ ທອງແກ້ວ ພອນມະລີ