ເອັສຣາ ເອັຟຊີ ງານໜັກໝົດສິດໃຊ້ງານ 2 ນັກເຕະຕົວຫຼັກ ທີ່ຕິດໃບແດງຮັບມື ແຊັມເກົ່າ ເສົານີ້

153

ສະຖານະການເຂົ້າທາງແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ເຫຼືອເກີນ ຫຼັງຈາກທີ່ ນັດທ້າຍອາທິດນີ້ທີ່ຈະພົບກັບ ເອັສຣາ ເອັຟຊີ ໃນວັນເສົາທີ 8 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 16:00 ໂມງ ເມື່ອ ເອັສຣາ ເອັຟຊີ ຕ້ອງໝົດສິດໃຊ້ງານ 2 ນັກເຕະຕົວຫຼັກ ເນື່ອງຈາກຕິດໂທດຈາກການໄດ້ຮັບໃບແດງ.

ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2020 ຜ່ານໄປ 15 ນັດ ປາກົດວ່າການແຂ່ງຂັນເຂັ້ມຂຸ້ນ ແລະ ດຸເດືອດ ໂດຍສະເພາະມີໃບແດງໄປແລ້ວ 7 ໃບ ໃນນັ້ນ ເອັສຣາ ເອັຟຊີ ໄດ້ຫຼາຍທີ່ສຸດເຖິງ 3 ໃບແດງຈາກ 3 ນັດຫຼ້າສຸດ ປະກອບດ້ວຍ ໄຊຍະພອນ ແສງສະຫວ່າງ ( 2 ເຫຼືອງເປັນແດງ ) ໄດ້ໃນນັດທີ່ສະເໝີກັບ ປກສ ເອັຟຊີ 0-0, ອານັນຕະຊາ ສີພົງພັນ ກອງຫຼັງໄດ້ໃບແດງໂດຍກົງນັດທີ່ ຊະນະ ວຽງຈັນ ເອັຟທີ 5-2 ແລະ ອານຸສອນ ໄຊປັນຍາ ໄດ້ໃບແດງໂດຍກົງນັດທີ່ເສຍໃຫ້ກັບ ວຽງຈັນ ເອັຟຊີ 0-1.

ແນ່ນອນເຮັດໃຫ້ ອານັນຕະຊາ ແລະ ອານຸສອນ 2 ກອງໜ້າທີມຊາດລາວ ຢູ 19 ຈະໝົດສິດລົງສະໜາມ ໃນນັດທີ່ຈະຮັບມືກັບ ລາວໂຕໂຢຕ້າ ເອັຟຊີ ໃນອາທິດນີ້ເປັນທີ່ແນ່ນອນ ເນື່ອງຈາກຖືກໂທດຫ້າມລົງແຂ່ງຂັນຢ່າງໜ້ອຍ 3 ນັດ, ສ່ວນ ໄຊຍະພອນ ແມ່ນສາມາດກັບມາແຂ່ງຂັນໄດ້ເນື່ອງຈາກໄດ້ 2 ເຫຼືອງໃນນັດດຽວໄດ້ແດງ ຊົດໃຊ້ໂທດຕາມກໍານົດແລ້ວ 2 ນັດທີ່ຜ່ານມາ.

ຢ່າງໃດກໍຕາມ, ເອັສຣາ ເອັຟຊີ ເປັນທີມທີ່ຫຼິ້ນເກມເຄາະບານໄດ້ດີ ແລະ ຮູບຮ່າງນ້ອຍ ຈະໃຊ້ຈຸດເດັ່ນນີ້ສູ້ກັບ ລາວໂຕໂຢຕ້າ ເອັຟຊີ ໃຫ້ເປັນປະໂຫຍດ ໂດຍມີ ເລັກໂຕ ຫຼວງອາໄພ ກັບ ພັດທະນາ ພົມມະເທບ ຫົວໜ້າທີມ ເຊິ່ງເປັນ 2 ກອງກາງທີ່ຍິງໄດ້ຜູ້ລະ 2 ປະຕູແລ້ວທີ່ຈະເປັນຕົວປັ້ນເກມ, ສ່ວນກອງໜ້າກໍມີ ໂຈນີ ແຫວນປະເສີດ ແລະ ສະເຫຼີມໄຊ ພົມມະວົງ ທີ່ພ້ອມລົງເປັນຕົວຈິງ ແລະ ຄົນອື່ນໆກໍພ້ອມເຊັ່ນກັນ.

ສ່ວນ ລາວໂຕໂຢຕ້າ ເອັຟຊີ ສະແດງໃຫ້ເຫັນແລ້ວວ່າ: ຍັງເປັນທີມທີ່ແຂ່ງແກ່ນທີ່ສຸດ ທັງນີ້ ອາທິດທີ່ຜ່ານມາ ຍັງເປີດຕົວ ກາຊູ ໂຮມມະ ກອງໜ້າດາວຍິງສູງສຸດຕະຫຼອດການຂອງທີມ ແລະ ລີກສູງສຸດຂອງ ສປປ ລາວ ພ້ອມກັບ SHUYA AKAMATSU ກອງຫຼັງຕົວໃໝ່ ທີ່ສະແດງຟອມອັນສຸດຍອດໂດຍນັດທໍາອິດບໍ່ພາດຈັກຄັ້ງເລີຍພາທີມຖະຫຼົ່ມ ວຽງຈັນ ເອັຟຊີ ໄປຂາດລອຍ 5-1 ໃນວັນອາທິດ ທີ່ຜ່ານມາ. ນອກນັ້ນ ກໍຍັງມີ ໂກເມສ ຄອສຕ້າ ກອງໜ້າຊາວບຣາຊິນ ທີ່ຍິງໄປແລ້ວ 5 ປະຕູນໍາດາວຍິງສຸງສຸດ ລວມເຖິງນັກເຕະຄົນອື່ນໆພ້ອມລົງສະໜາມ.

ສໍາລັບ ເອັສຣາ ເອັຟຊີ ປີນີ້ຖືເປັນນ້ອງໃໝ່ສໍາລັບ ລາວລີກ 1 ຫຼັງຈາກທີ່ບໍ່ໄດ້ເຂົ້າຮ່ວມແຂ່ງຂັນນັບຕັ້ງແຕ່ປີ 2016, ເຊິ່ງສະຖິຕິການພົບກັນ 2 ນັດຫຼັງສຸດຂອງ ລາວໂຕໂຢຕ້າ ເອັຟຊີ ກັບ ເອັສຣາ ເອັຟຊີ ເກີດຂຶ້ນໃນປີ 2016 ເປັນລາວໂຕໂຢຕ້າ ເອັຟຊີ ຊະນະໄດ້ທັງໝົດຄື ບຸກໄປຊະນະ ເອັສຣາ ເອັຟຊີ 2-1 ແລະ ເປີດບ້ານຊະນະ 3-1 ໃນລີກສູງສຸດຂອງ ສປປ ລາວ ປີ 2016.

ຕາຕະລາງແຂ່ງຂັນອາທິດນີ້ມີຄື: ວັນເສົາທີ 8 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມີ 2 ຄູ່ ລາວໂຕໂຢຕ້າ ເອັຟຊີ ພົບ ເອັສຣາ ເອັຟຊີ ເວລາ 16:00 ໂມງ ສະໜາມໃນ ແລະ ມາສເຕີ 7 ເອັຟຊີ ພົບ ວຽງຈັນ ເອັຟຊີ ສະໜາມນອກ, ສ່ວນວັນອາທິດທີ 9 ສິງຫາ 2020 ຊ້າງນ້ອຍ ພົບ ວຽງຈັນ ເອັຟທີ ທີ່ສະໜາມໃນ ເວລາ 16:00 ໂມງ.