ປະຊາຊົນ 3 ແສນກວ່າຄົນ ບໍ່ມີທີ່ຢູ່ອາໄສຈາກເຫດລະເບີດທີ່ລີບັງ

92

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຫດລະເບີດທີ່ສາງສິນຄ້າ ບໍລິເວນທ່າເຮືອໃນນະຄອນຫຼວງເບຣຸດ ປະເທດລີບັງ ເມື່ອວັນທີ 4 ສິງຫາຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 120 ຄົນ, ສູນຫາຍ 18 ຄົນ, ບາດເຈັບກວ່າ 5 ພັນຄົນ, ປະຊາຊົນ 360.000 ຄົນ ບໍ່ມີທີ່ຢູ່ອາໄສ ແລະ ຍັງສົ່ງຜົນກະທົບຕໍ່ປະຊາຊົນປະມານ 1,1 ລ້ານຄົນ.

ໃນຂະນະທີ່ບ້ານເຮືອນຂອງປະຊາຊົນທີ່ຕັ້ງຢູ່ໃນລັດສະໝີ 10 ກິໂລແມັດ ( ຈາກຈຸດເກີດເຫດ ) ຫັກພັງກອງກັບພື້ນດິນ. ນອກຈາກນີ້, ຍັງມີອາຄານສູງ 410 ອາຄານ ຫັກພັງລົງມາ, ໂຮງໝໍ 5 ແຫ່ງ, ສາງເກັບມ້ຽນສິນຄ້າປະເພດອຸປະໂພກ-ບໍລິໂພກ 8 ແຫ່ງ ແລະ ສິ່ງປຸກສ້າງອື່ນໆອີກ ເຊິ່ງລວມແລ້ວ 70% ຂອງເມືອງຫຼວງລີບັງ ໄດ້ຮັບຄວາມເສຍຫາຍ.

ລັດຖະບານລີບັງ ໄດ້ປະກາດພາວະສຸກເສີນ ພ້ອມທັງເລັ່ງຈັດຫາທີ່ພັກອາໄສໃຫ້ປະຊາຊົນກວ່າ 3 ແສນຄົນ ທີ່ເຮືອນ ຫຼື ທີ່ຢູ່ອາໄສໄດ້ຮັບຄວາມເສຍຫາຍຈາກແຮງລະເບີດ.

ໃນຂະນະທີ່ລັດຖະບານຂອງຫຼາຍປະເທດໄດ້ປະກາດພ້ອມໃຫ້ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລີບັງ ທີ່ໄດ້ຮັບຜົນກະທົບຈາກເຫດລະເບີດດັ່ງກ່າວ ເປັນຕົ້ນແມ່ນສະຫະລັດອາເມຣິກາ, ສະຫະພາບເອີຣົບ, ເຢຍລະມັນ, ອົສຕຣາລີ, ອິດສະລາແອນ. ໃນຂະນະທີ່ ກາຕາ, ກູເວດ ແລະ ອີຣັກ ໄດ້ສົ່ງເຄື່ອງຊ່ວຍເຫຼືອ ແລະ ທີມແພດເຂົ້າໄປຍັງລີບັງແລ້ວ ເມື່ອວັນທີ 5 ສິງຫາຜ່ານມາ. ສ່ວນທະນາຄານໂລກກໍໄດ້ອອກຖະແຫຼງການພ້ອມໃຫ້ການຊ່ວຍເຫຼືອລີບັງ ເຊັ່ນດຽວກັນ.