ຫຼຸດລາຄາທ້າລະດູຝົນໄປກັບກິດຈະກຳສົ່ງເສີມການຂາຍ ASEAN Online Sale Day 8 ສິງຫານີ້

135

ໃນວັນທີ 08 ສິງຫາ 2020 ທີ່ຈະມາເຖິງນີ້້ ບັນດາປະເທດສະມາຊິກອາຊຽນ ຈະໄດ້ມີການຈັດກິດຈະກຳສົ່ງເສີມການຂາຍຜ່ານຊ່ອງທາງການຄ້າທາງເອເລັກໂຕຣນິກ ຄັ້ງທຳອິດ ທີ່ມີຊື່ວ່າ “ASEAN Online Sale Day (AOSD)” ຊຶ່ງໄດ້ມີບັນດາຜູ້ປະກອບການຄ້າທາງເອເລັກໂຕຣນິກພາຍໃນປະເທດອາຊຽນ ຫຼາຍກວ່າ 150 ຫົວໜ່ວຍເຂົ້າຮ່ວມໃນກິດຈະກຳໃນຄັ້ງນີ້. ໃນນີ້, ສະເພາະ ສປປ ລາວ ໄດ້ມີສາມຫົົວໜ່ວຍທຸລະກິດການຄ້າທາງເອເລັກໂຕຣນິກ ເຂົ້າຮ່ວມ ລວມມີ: Plaosme, Gotedy ແລະ foodpanda.

ໃນກິດຈະກຳຄັ້ງນີ້ ບັນດາທ່ານສາມາດເຂົ້າໄປຈັບຈອງ ແລະ ຊື້ສິນຄ້າ ຫຼື ການບໍລິການຕ່າງໆ ຈາກບັນດາຕະຫຼາດທາງເອເລັກໂຕຣນິກທີ່ກ່າວມາຂ້າງເທິງໄດ້ໃນລາຄາທີ່ສຸດພິເສດ, ຊຶ່ງພາຍໃນວັນທີ 08 ສິງຫາ 2020 ທ່ານສາມາດຮັບສ່ວນຫຼຸດເຖິງ 20% ຈາກທຸກຮ້ານຄ້າ ສຳລັບທຸກໆການສັ່ງຊື້ ຜ່ານແອັບພິເຄເຊິນ foodpanda ໃນມູນຄ່າ 15.000 ກີບຂຶ້ນໄປ ໂດຍນຳໃຊ້ລະຫັດສ່ວນຫຼຸດ “ASEAN20”. ພ້ອມດຽວກັນນັ້ນ ສຳລັບທຸກໆການສັ່ງຊື້ຈາກ ແອັບພິເຄເຊິນ Goteddy ຈະໄດ້ຮັບສ່ວນຫຼຸດ 5.000 ກີບ ໂດຍນຳໃຊ້ລະຫັດສ່ວນຫຼຸດ “AOSD20”. ສຳລັບ Plaosme ໄດ້ມີຫຼາຍກວ່າ 7 ຮ້ານຄ້າ ປະກາດຫຼຸດລາຄາແບບຍິ່ງໃຫຍ່ (ຊື້ໜຶ່ງແຖມໜຶ່ງ) ຊຶ່ງລາຍລະອຽດສາມາດເຂົ້າໄປເບ່ິງທີ່ http://www.plaosme.com/ ໄດ້ເລີຍ.

ກິດຈະກຳຄັ້ງນີ້ ເປັນການລິເລີ່ມຂອງ ຄະນະປະສານງານວຽກງານການຄ້າທາງເອເລັກໂຕນິກອາຊຽນ (ASEAN Coordinating Committee on Ecommerce) ໂດຍຜ່ານກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ຮ່ວມກັບຜູ້ປະກອບການຂ້າງເທິງ ໂດຍມີຈຸດປະສົງເພື່ອສົ່ງເສີມການນຳໃຊ້ການຄ້າທາງເອເລັກໂຕຣນິກ ແລະ ເສີມສ້າງຂີດຄວາມສາມາດດ້ານການປະສານງານລະຫວ່າງພາກລັດ ແລະ ພາກເອກະຊົນ ໃນກຸ່ມປະເທດອາຊຽນ, ແນ່ໃສ່ປະກອບສ່ວນເຂົ້າໃນການເຊື່ອມໂຍງ-ເຊື່ອມຈອດ ແລະ ການຫັນເປັນທັນສະໄໝຂອງຂະແໜງການອຸດສາຫະກຳ ແລະ ການຄ້າ. ພ້ອມກັນນັ້ນ ຍັງເປັນການສະເຫຼີມສະຫຼອງເນື່ອງໃນໂອກາດວັນຄົບຮອບ 53 ປີ ຂອງການສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (ASEAN) ແລະ ເນື່ອງໃນໂອກາດວັນຄົບຮອບ 23 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ.

ການຄ້າທາງເອເລັກໂຕຣນິກຖືວ່າເປັນຂະແໜງການໜຶ່ງທີ່ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ແລະ ໄດ້ນຳຜົນປະໂຫຍດອັນໃຫຍ່ຫຼວງຕໍ່ເສດຖະກິດ ກໍຄືສັງຄົມ ເປັນຕົ້ນແມ່ນໃນໄລຍະການລະບາດຂອງພະຍາດໂຄວິດ-19ນີ້ ການຄ້າທາງເອເລັກໂຕຣນິກໄດ້ເປັນທາງອອກທີ່ຊ່ວຍໃຫ້ສາມາດສືບຕໍ່ດຳເນີນທຸລະກຳການຄ້າ, ຊຶ່ງໄດ້ເປັນການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກມາດຕະການຮັກສາໄລຍະຫ່າງ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄປໃນຕົວ.

ໃນນີ້, ຕາມບົດຖະແຫຼງຂ່າວຂອງຄະນະປະສານງານວຽກງານການຄ້າທາງເອເລັກໂຕນິກອາຊຽນ ຄັ້ງວັນທີ 16 ກໍລະກົດ 2020, ໄດ້ລະບຸວ່າ ມູນຄ່າການຄ້າທາງເອເລັກໂຕຣນິກຂອງອາຊຽນ ຈະຂະຫຍາຍຕົວຂຶ້ນສູງເຖິງ 300 ຕື້ໂດລາສະຫະລັດ ແລະ ຂະໜາດຂອງເສດຖະກິດດິຈິຕ໋ອນຈະຂະຍາຍຕົວຂຶ້ນສູງເຖິງ 7% ຂອງລວມຍອດຜະລິດຕະພັນພາຍໃນຂອງອາຊຽນ ໃນປີ 2025. ຈາກແນວໂນ້ມດັ່ງກ່າວ ຈຶ່ງເຫັນວ່າ ການຄ້າທາງເອເລັກໂຕຣນິກເປັນກາລະໂອກາດສຳລັບບັນດາຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃນ ສປປ ລາວ ໃຫ້ສາມາດຮັບມື ແລະ ສືບຕໍ່ຂະຫຍາຍການຜະລິດ ແລະ ການສະໜອງການບໍລິການ ພ້ອມທັງການເຂົ້າເຖິງຕະຫຼາດທາງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນ. ສາມາດຕິດຕາມລາຍລະອຽດເພີ່ມເຕີມກ່ຽວກັບກິດຈະກຳຄັ້ງນີ້ໄດ້ທີ່ http://aseanonlinesaleday.com