ນາຍົກ ຊີ້ນຳໃຫ້ປັບປຸງເງື່ອນໄຂ ແລະ ກົນໄກການປະສານງານ ການເຂົ້າມາ ສປປ ລາວ ໃຫ້ມີຄວາມຮັດກຸມ ເພື່ອປ້ອງກັນໂຄວິດ – 19

167

ໃນກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19, ທ່ານນາຍົກໄດ້ຊີ້ນໍາພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ປັບປຸງເງື່ອນໄຂ, ມາດຕະການ, ກົນໄກການປະສານງານການເຂົ້າມາ ສປປ ລາວ ໃຫ້ມີຄວາມຮັດກຸມ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເຂັ້ມງວດໃນການຕິດຕາມ ກວດກາ ແລະ ຄຸ້ມຄອງຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເຫຼົ້າ – ເບຍທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວ.

ໃນຕອນເຊົ້າຂອງວັນທີ 5 ສິງຫາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຢູ່ ສປປ ລາວ ໃນໄລຍະເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ, ຈາກ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຕໍ່ວຽກງານທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງຕີລາຄາປະເມີນຄືນການຈັດຕັ້ງປະຕິບັດວຽກງານ ແລະ ສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງວ່າງທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ປະເທດເຮົາ.

ພາບປະກອບຂ່າວເທົ່ານັ້ນ

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫຼຸບສັງລວມຜົນການປຶກສາຫາລືໃນກອງປະຊຸມຄັ້ງນີ້ ແລະ ມີທິດຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານຕື່ມ ເປັນຕົ້ນສືບຕໍ່ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ; ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການເຂົ້າ – ອອກເມືອງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແມ່ນໃຫ້ນຳຕົວໄປກວດຫາເຊື້ອແລ້ວກັກບໍລິເວນຢູ່ໂຮງແຮມ ຫຼື ສູນທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ.

ພາບປະກອບຂ່າວເທົ່ານັ້ນ

ປັບປຸງເງື່ອນໄຂ, ມາດຕະການ, ກົນໄກການປະສານງານການເຂົ້າມາ ສປປ ລາວ ໃຫ້ມີ ຄວາມຮັດກຸມ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍສະເພາະການສະໜອງຂໍ້ມູນຜູ້ໂດຍສານກ່ອນການເດີນທາງເຂົ້າມາ, ການເກັບຕົວຢ່າງກວດຫາເຊື້ອພະຍາດຢູ່ສະໜາມບິນ, ການຈັດສົ່ງໄປຈຳກັດບໍລິເວນຢູ່ໂຮງແຮມ, ພ້ອມທັງມີການຕິດຕາມກວດກາຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ.

ເຂັ້ມງວດໃນການຕິດຕາມ ກວດກາ ແລະ ຄຸ້ມຄອງຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເຫຼົ້າ – ເບຍທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວແລ້ວນັ້ນ, ຖ້າກວດພົບເຫັນຮ້ານໃດຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານແມ່ນໃຫ້ດຳເນີນການຕັກເຕືອນ, ປັບໃໝ, ຫາກຍັງຝ່າຝືນຢູ່ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸລະກິດແລະ ລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ.

ເອົາໃຈໃສ່ຄຸ້ມຄອງນັກສຶກສາລາວຢູ່ຕ່າງປະເທດໃຫ້ດີ ຫາກມີຈຸດປະສົງຈະກັບເຂົ້າມາ ສປປ ລາວ ກໍຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ກໍລະນີມີການລະເມີດກໍຕ້ອງໄດ້ປະຕິບັດມາດຕະການທີ່ເໝາະສົມ.

ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ປະຊາສຳພັນ ແລະ ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດມີການລະບາດຂອງພະຍາດໂຄວິດ – 19 ອີກຮອບໃໝ່, ພ້ອມທັງເປັນເຈົ້າການ ແລະ ມີສະຕິໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ຕາມຄຳແນະນໍາຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະ ເພື່ອປ້ອງກັນຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດໃຫ້ປອດຈາກການຕິດເຊື້ອຂອງພະຍາດໂຄວິດ – 19. ພ້ອມກັນນັ້ນ, ກໍໃຫ້ໂຄສະນາ ແລະ ເຜີຍແຜ່ການປະຕິບັດໜ້າທີ່ຂອງຄະນະສະເພາະກິດ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.