ຍົກລະດັບສື່ມວນຊົນໂຄສະນາອະນຸຮັກສັດປ່າ

89

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ອົງການອະນຸຮັກສັດປ່າ ແລະ ອົງການ GIZ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາສື່ມວນຊົນກ່ຽວກັບການປ້ອງກັນອາດຊະຍາກຳທາງສັດປ່າ

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 6 ສິງຫາ 2020 ທີ່ຫ້ອງປະຊຸມສໍານັກງານໜັງສືພິມພາສາຕ່າງປະເທດ ( ວຽງຈັນທາມ ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສັນຕິ ໄຊບັນຍາ ຜູ້ອຳນວຍການອົງການອະນຸຮັກສັດປ່າປະຈຳລາວ, ມີບັນດາວິທະຍາກອນ ແລະ ສຳມະນາກອນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ການຈັດກອງປະຊຸມສຳມະນາໃນຄັ້ງນີ້ ເພື່ອສ້າງໂອກາດໃຫ້ສຳມະນາກອນໄດ້ຮຽນຮູ້, ແລກປ່ຽນປະສົບການ ກໍຄືການຍົກລະດັບຄວາມອາດສາມາດໃນການລາຍງານຂ່າວ ແລະ ໂຄສະນາວຽກງານອະນຸຮັກສັດປ່າຢູ່ ສປປ ລາວ ເຊິ່ງເປັນໜຶ່ງໃນກິດຈະກຳສະເຫຼີມສະຫຼອງວັນສື່ມວນຊົນ ແລະ ວັນພິມຈໍາໜ່າຍຄົບຮອບ 70 ປີ, ວັນອະນຸຮັກສັດນໍ້າ -ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ແລະ ວັນສໍາຄັນຕ່າງໆຂອງຊາດ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ: ການສຳມະນາແມ່ນເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ – ລັດ ໃຫ້ຄວາມສຳຄັນແກ່ສື່ມວນຊົນ, ເອົາໃຈໃສ່ພັດທະນາສື່ມວນຊົນ ໂດຍຢາກໃຫ້ສື່ມວນຊົນເຮັດວຽກບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ, ສ້າງຄວາມເຂົ້າໃຈກົດໝາຍ, ກົດລະບຽບ, ຄຳສັ່ງ ແລະ ນະໂຍບາຍຂອງລັດຖະບານ ກ່ຽວກັບການປົກປັກຮັກສາສັດປ່າ, ວຽກງານບັງຄັບໃຊ້ກົດໝາຍກ່ຽວກັບການສະກັດກັ້ນ ແລະ ຕ້ານອາດຊະຍາກຳສັດປ່າໃນ ສປປ ລາວ ເພື່ອເຮັດແນວໃດໃຫ້ການໂຄສະນາວຽກອະນຸຮັກສັດປ່າໃຫ້ປະຊາຊົນເຂົ້າໃຈ ພ້ອມທັງເນັ້ນໃຫ້ສຳມະນາຈົດແຕ້ມ ແລະ ຖາມ – ຕອບໃຫ້ມີຄວາມເຂົ້າໃຈຊັດເຈນ ເພື່ອນຳເອົາໄປເຜີຍແຜ່ໃຫ້ເກີດປະໂຫຍດ.

ທ່ານ ສັນຕິ ໄຊບັນຍາ ກ່່າວວ່າ: ປະເທດເຮົາ ຖືເປັນປະເທດໜຶ່ງທີ່ຖືກຕິດຕາມເບິ່ງ ຈາກສາກົນ ເຊິ່ງສາເຫດເນື່ອງຈາກວ່າ ເວລາທີ່ພວກເຮົາເຮັດຫຍັງທີ່ເປັນປະເດັນ, ເປັນຜົນງານແລ້ວ ແມ່ນບໍ່ໄດ້ມີການເຜີຍແຜ່ອອກຂ່າວ ແລະ ໃນເມື່ອບໍ່ອອກຂ່າວແລ້ວ ສາກົນບໍ່ຮັບຮູ້ວ່າເຮົາເຮັດຫຍັງໄດ້ແດ່ໃນວຽກງານອະນຸຮັກສັດນໍ້າ – ສັດປ່າ. ສະນັ້ນ, ຈຶ່ງເປັນຂໍ້ຈໍາກັດເຮັດໃຫ້ມີການທັກທ້ວງ ສປປ ລາວ ວ່າບໍ່ເຮັດຫຍັງ, ແຕ່ໃນຄວາມຈິງແລ້ວລັດຖະບານລາວໄດ້ມີການເອົາໃຈໃສ່ວຽກງານນີ້ເປັນບຸລິມະສິດ. ດັ່ງນັ້ນການສຳມະນາຄັ້ງນີ້ ຈຶ່ງມີຄວາມສຳຄັນວ່າສື່ມວນຊົນເຮົາຈະໂຄສະນາວຽກງານອະນຸຮັກສັດປ່າຄືແນວໃດ.

ກອງປະຊຸມສຳມະນາໄດ້ຈັດຂຶ້ນເປັນເວລາ 2 ວັນເຕັມ ລະຫວ່າງວັນທີ 6 ຫາ 7 ສິງຫາ 2020 ໂດຍມີສໍາມະນາກອນເຂົ້າຮ່ວມທັງໝົດ 15 ຄົນ. ຜູ້ເຂົ້າຮ່ວມຈະໄດ້ຮັບຟັງກົດໝາຍ, ກົດລະບຽບ, ຄຳສັ່ງ ແລະ ນະໂຍບາຍຂອງລັດຖະບານ ກ່ຽວກັບການປົກປັກຮັກສາສັດປ່າ, ວຽກງານບັງຄັບໃຊ້ກົດໝາຍ ກ່ຽວກັບການສະກັດກັ້ນ ແລະ ຕ້ານອາດຊະຍາກຳສັດປ່າໃນ ສປປ ລາວ, ຄວາມພະຍາຍາມຂອງລັດຖະບານ ແລະ ການຈັດຕັ້ງປະຕິບັດໃນການຕ້ານອາດຊະຍາກຳທາງສັດປ່າ, ສົນທະນາແລກປ່ຽນໃນວຽກງານນຳສະເໜີຂ່າວ ແລະ ການປ້ອງກັນອາດຊະຍາກຳທາງສັດປ່າ ແລະ ຫົວຂໍ້ອື່ນໆ.