ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຜີຍແຜ່ເຊື່ອມຊຶມ ມະຕິສຳຄັນຂອງສູນກາງພັກ

99

ໃນວັນທີ 6 ສິງຫາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ສາມມະຕິຂອງກົມການເມືອງສູນກາງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ຫສນຍ, ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ ຫສນຍ; ມີບັນດາສະຫາຍຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.


ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເປັນຕົ້ນ ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາ ປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ;


ການກະກຽມເນື້ອໃນກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ຊຶ່ງປະກອບມີ: ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ການປັບປຸງກົດລະບຽບຂອງພັກ ສະໄໝ X ແລະ ທິດການປັບປຸງກົງຈັກລັດຖະບານ. ພ້ອມກັນນີ້ ກໍ່ໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່;

ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີ ຕາມຂະບວນການຍຸຕິທຳ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່.


ການເຜີຍແຜ່ເຊື່ອຊືມເອກະສານສຳຄັນຂອງພັກ ຄັ້ງນີ້ ແມ່ນເພື່ອໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕາມເນື້ອໃນຈິດໃຈ ຂອງບັນດາເອກະສານທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມ, ແນໃສ່ເຮັດສາມາດນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.

ແຫຼ່ງທີ່ມາ:   ກົມປະຊາສຳພັນ ສນຍ