ຂັ້ນເມືອງໃຫ້ຄວາມສົນໃຈຈ່າຍເງິນເດືອນນາຍບ້ານຜ່ານ ຢູມັນນີ

98

ດ້ວຍຄວາມພົ້ນເດັ່ນຂອງ ຢູມັນນີ (u-money) ສາມາດສະໜອງໄດ້ທຸກການບໍລິການກ່ຽວກັບການຊໍາລະ-ການໂອນເງິນ ແລະ ສາມາດເຮັດບໍລິການໃນຮູບແບບເບີກຈ່າຍເງິນເດືອນ ໃຫ້ພະນັກງານຂອງບັນດາບໍລິສັດຕ່າງໆ ຕະຫຼອດຮອດພາກສ່ວນຂອງລັດຖະບານ ຍ້ອນແນວນັ້ນຈິ່ງຫຼາຍພາກສ່ວນໃຫ້ຄວາມສົນໃຈໂດຍສະເພາະຢູ່ຂັ້ນເມືອງຕ້ອງການນໍາໃຊ້ເບີກຈ່າຍເງິນເດືອນໃຫ້ພະນັກງານຂັ້ນບ້ານ.

ບໍລິການ u-money ເປັນບໍລິການ ດ້ານກະເປົາເງິນ ເອເລັກໂຕຣນິກ ທີ່ອອກແບບການນໍາໃຊ້ໃຫ້ສະໜອງຄວາມຕ້ອງການຂອງລູກຄ້າ ເຊັ່ນ: ການໂອນເງິນໃຫ້ກັນດ້ວຍມືຖື ຖອນອອກເປັນເງິນສົດ ເຊິ່ງຈະຊ່ວຍຮັບປະກັນຄວາມປອດໄພສູງ ດ້ວຍຂອບເຂດໃຫ້ບໍລິການຂອງຢູນີເທວ ຍິ່ງເຮັດໃຫ້ລູກຄ້າສະດວກ ກັບການຖອນເງິນສົດອອກ ສາມາດຖອນໄດ້ຕາມຈຸດໃຫ້ບໍລິການຂອງຢູນີເທວ ຫຼື ຮ້ານຕົວແທນທີ່ມີສັນຍາລັກຂອງ u-money ເຊິ່ງການນໍາໃຊ້ແມ່ນສະດວກທີ່ສຸດສາມາດນໍາໃຊ້ຜ່ານແອັບ (u-money application) ຫຼື ກົດນໍາໃຊ້ໂດຍກົງຜ່ານໜ້າຈໍສໍາລັບເບີຢູນີເທວ, ກໍລະນີບໍ່ແມ່ນເບີຢູນີເທວກໍ່ສາມາດໃຊ້ບໍລິການກັບຮ້ານຕົວແທນເພື່ອເຮັດທຸລະກໍາການເງິນໃຫ້ກໍ່ໄດ້ເຊັ່ນກັນ.

ໃນໄລຍະຜ່ານ ຕົວແທນຫ້ອງການສາຂາຂອງຢູນີເທວ ທັງເປັນຕົວແທນຂອງຢູມັນນີ ແມ່ນໄດ້ເຊັນສັນຍາໃນຂັ້ນເມືອງເພື່ອໃຫ້ບໍລິການຢູມັນນີໃນການເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານເຂດທ້ອງຖິ່ນໂດຍສະເພາະແມ່ນພະນັກງານຂັ້ນບ້ານ ຈຸດປະສົງໃນການໃຫ້ບໍລິການນີ້ແມ່ນຈະເຮັດໃຫ້ບ້ານທີ່ຢູ່ຫ່າງໄກສອກຫຼີກ, ເສັ້ນທາງໄປມາຫຍຸ້ງຍາກໂດຍສະເພາະແມ່ນຍາມຝົນ ດ້ວຍບໍລິການຂອງຢູມັນນີຄຽງຄູ່ເຄືອຂ່າຍຂອງຢູນີເທວ ລູກຄ້າຈະສາມາດຮັບເງິນໄດ້ໄວ ແລະ ປອດໄພ ຊ່ວຍປະຢັດເວລາ ແລະ ຕົ້ນທຶນຕ່າງໆ. ໃນນັ້ນໄດ້ມີບາງເມືອງທີ່ໄດ້ທົດລອງນໍາໃຊ້ຢູມັນນີ ເພື່ອເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານຂັ້ນບ້ານເຊັ່ນ: ເມືອງ ເມິງ ແຂວງບໍ່ແກ້ວ; ເມືອງຈອມເພັດ, ເມືອງປາກອູ ແຂວງຫຼວງພະບາງ. ນອກນັ້ນຍັງມີບໍລິສັດ ລັດວິສາຫະກິດ ໃຊ້ບໍລິການ ເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານ ຜ່ານບໍລິການ u-money ເຊັ່ນ: ບໍລິສັດ ໂຮງງານນໍ້າດື່ມ ດາວ ທີ່ ບ້ານພັດທະນາສະໜາມໄຊ ແຂວງຈຳປາສັກ; ບໍລິສັດ ສະຕາເຕັກ ຈຳກັດ – ບ້ານ ດອນແດງ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ເທບອຳນວຍ ນະຄອນຫຼວງວຽງຈັນ.

u-money ບໍ່ພຽງແຕ່ເປັນບໍລິການໂອນ ຫຼື ຖອນເງິນເທົ່ານັ້ນ ຈະກາຍເປັນບໍລິການດ້ານການເງິນຄົບວົງຈອນໃນມືຖື ເພື່ອສະໜອງບໍລິການໃຫ້ມີຄວາມຫຼາກຫຼາຍ ແລະ ມີຄວາມສະດວກຕໍ່ລູກຄ້າກໍ່ຄືປະຊາຊົນທຸກຄົນໄດ້ນໍາໃຊ້ ຄຽງຄູ່ກັບການພັດທະນາຮູບແບບການບໍລິການແມ່ນເປົ້າໝາຍຫຼັກຂອງຢູມັນນີສືບຕໍ່ໄປເລື້ອຍໆໃນການເຊື່ອມໂຍງກັບບໍລິສັດຕ່າງໆ ເພື່ອສ້າງໃຫ້ການບໍລິການດ້ານການຊໍາລະແກ່ລູກຄ້າ ສະດວກສະບາຍ, ປະຢັດເວລາ, ປະຢັດຕົ້ນທຶນ ແລະ ຢູມັນນີຈະເປັນທາງເລືອກທີ່ດີທີສຸດແກ່ທ່ານ. ດັ່ງນັ້ນທ່ານຈົ່ງໝັ້ນໃຈເມື່ອໃຊ້ບໍລິການຂອງຢູມັນນີ ພວກເຮົາພ້ອມແລ້ວໃນການເປີດກວ້າງການຮ່ວມມື -ການເຊື່ອມຕໍ່ຫາກັນ ເພື່ອການສະໜອງບໍລິການ ສ້າງຄວາມສະດວກສະບາຍແກ່ປະຊາຊົນໃນຂອບເຂດທົ່ວປະເທດຢູ່ບ່ອນໃດກໍ່ສາມາດເຂົ້າເຖິງບໍລິການດ້ານການເງິນໃຫ້ກວ້າງຂວາງຍິ່ງຂຶ້ນ.