ຈະລາຈອນ ສະຫວັນນະເຂດ ຊີ້ແຈງຕໍ່ຂໍ້ຂ້ອງໃຈເລື່ອງການຕັ້ງດ່ານຈັບຄວາມໄວ

134

ຈາກກໍລະນີ ທີ່ປະຊາຊົນຜູ້ໃຊ້ສື່ສັງຄົມອອນລາຍກໍ່ຄືເຟສບຸກ ໄດ້ປ່ອຍຂ່າວຕັ້ງບັນຫາຂ້ອງໃຈການເຮັດວຽກຂອງເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ວ່າປະຕິບັດຫນ້າທີ່ບໍ່ຖືກຕ້ອງ ໂດຍ ຕັ້ງດ່ານກວດກາຍິງຄວາມໄວຢູ່ນອກຕົວເມືອງ, ບ່ອນບໍ່ມີການສັນຈອນສັບສົນ, ຍິງຄວາມໄວໃສ່ປ້າຍ 50KM/h ບໍ່ຍິງໃສ່ປ້າຍ90KM/h, ບັນຫາ ການນໍາໃຊ້ບິນປັບໃຫມທີ່ບໍ່ແມ່ນຂອງກະຊວງການເງິນ ແລະ ບັນຫາຕ່າງໆ ເມື່ອວັນທີ 27 ກໍລະກົດທີ່ຜ່ານມາ, ຫຼ້າສຸດ ພະແນກຕໍາຫຼວດຈະລາຈອນ ແຂວງສະຫວັນນະເຂດ ໄດ້ອອກມາຊີ້ແຈງໄຂ້ຂໍ້ຂ້ອງໃຈດັ່ງກ່າວແລ້ວ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ພັທ ນີວັນ ຈູມມະນີວົງ ຫົວພະແນກຈະລາຈອນ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ສະຖານທີ່ ຍິງຄວາມໄວ ແລະ ຈຸດຕັ້ງດ່ານກວດກາຕົວຈິງ ສໍາລັບສະຖານທີ່ຕັ້ງກ້ອງຍິງຄວາມໄວ ແມ່ນຍັງຢູ່ໃນຕົວເມືອງ, ເຂດຊຸມຊົນ ຫຼື ເຂດບ້ານປະຊາຊົນ ທີ່ມີປ້າຍຈໍາກັດຄວາມໄວ (ຖ້າບ່ອນໃດບໍ່ມີປ້າຍກໍ່ບໍ່ສາມາດຍິງຄວາມໄວໄດ້) ສ່ວນການຕັ້ງຈຸດກວດການັ້ນ ແມ່ນທາງເຈົ້າໜ້າທີ່ຕັ້ງຢູ່ນອກຕົວເມືອງ, ນອກຊຸມຊົນ ຫຼື ນອກບ້ານປະຊາຊົນ ບ່ອນທີ່ເປັນເສັ້ນທາງ, ກວ້າງຂວາງ ສາມາດແນມເຫັນໄດ້ໄກ ເພື່ອເຮັດໃຫ້ການສັນຈອນຜ່ານຈຸດດັ່ງກ່າວ ມີຄວາມສະດວກ-ປອດໄພ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນກຳລັງທີ່ປະກອບໃນການກວດກາຍິງຄວາມໄວແມ່ນ 8-12 ສະຫາຍຂື້ນໄປ(ຈະເປັນລົດປ້າຍລັດກໍ່ຈັດຕັ້ງປະຕິບັດເຊັ່ນກັນ; ສ່ວນການປັບໃຫມ ແມ່ນອີງໃສ່ດຳລັດເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2017 ເຈົ້າຫນ້າທີ່ກໍ່ໄດ້ນໍາໃຊ້ບິນຮັບເງິນຄ່າບໍລິການ ຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງບິນ ດັ່ງກ່າວແມ່ນທາງກະຊວງການເງິນ ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບນໍາໃຊ້ທົ່ວປະເທດ ແລະ ເງິນຈໍານວນດັ່ງກ່າວກໍ່ໄດ້ມອບເຂົ້າງົບປະມານແຫ່ງຊາດ.

ພາບປະກອບຂ່າວເທົ່ານັ້ນ

ກ່ຽວກັບການຕັ້ງຈຸດກວດກາຍິງຄວາມໄວ ຢູ່ໃນເທດສະບານແຂວງ ກໍ່ຄືນະຄອນໄກສອນພົມວິຫານນັ້ນ ຕາມ ຄວາມເປັນຈິງແລ້ວທາງເຈົ້າໜ້າທີ່ຈະລາຈອນບໍ່ສາມາດຈັດຕັ້ງປະຕິບັດໄດ້ ຍ້ອນວ່າສະພາບການສັນຈອນມີຄວາມຫນາແຫນ້ນ ຖ້າຕັ້ງຈຸດກວດກາ ຈະສ້າງຄວາມແອອັດສັບສົນຕໍ່ການສັນຈອນໄປມາຂອງຍານພາຫະນະ ເຖິງວ່າຈະມີຄວາມສ່ຽງ ຫຼື ມີອຸບັດເຫດເກີດຂື້ນຫຼາຍ ແຕ່ທຽບໃສ່ຜົນເສຍຫາຍໃນໄລຍະຜ່ານມາແມ່ນບໍ່ສູງ ຍ້ອນຜູ້ຂັບຂີ່ສ່ວນຫຼາຍມີສະຕິ ໃນການໃຊ້ລົດໃຊ້ຖະຫນົນ.

ພາບປະກອບຂ່າວເທົ່ານັ້ນ

ສະນັ້ນກ່ຽວກັບຫາງສຽງສ່ອງແສງຜ່ານສື່ອອນລາຍຢາກໃຫ້ເຈົ້າໜ້າທີ່ຈະລາຈອນຈັດຕັ້ງການກວດກາຍິງຄວາມໄວໃນຕົວເມືອງແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້ ເພາະຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນໃຫ້ແກ່ການສັນຈອນໄປມາ, ຕໍ່ກັບການຕັ້ງຈຸດກວດກາຍິງຄວາມໄວ ຂອງເຈົ້າຫນ້າທີ່ ເຫັນວ່າມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ພາກສ່ວນທີ່ເຄື່ອນໄຫວສະແຫວງຫາຜົນປະໂຫຍດທີ່ບໍ່ຊອບທໍາຕາມລະບຽບກົດຫມາຍໂດຍສະເພາະແມ່ນພາກສ່ວນທີ່ເຄື່ອນໄຫວຄ້າຂາຍສິ່ງຜິດກົດຫມາຍ, ບຸກຄົນທີ່ບໍ່ດີຈໍານວນຫນຶ່ງຖືກເຈົ້າຫນ້າທີ່ ກວດກາສຶກສາອົບຮົມປັບໃຫມແລ້ວເກີດມີແນວຄິດບໍ່ພໍໃຈ ນອກຈາກນີ້ ການຕັ້ງດ່ານກວດກາຍິງຄວາມໄວ ມັນຈະບໍ່ໄດ້ຕາມໃຈຂອງທຸກພາກສ່ວນ ໃນສັງຄົມ ຍ້ອນວ່າບາງຄົນຢາກໄປໄວ, ບາງຄົນຢາກໄປຊ້າ ແຕ່ກົດຫມາຍຕ້ອງໄດ້ບັງຄັບ ເພື່ອຮັບປະກັນຄວາມປອດໄພ.

ແນວໃດກໍ່ຕາມ ໃນກໍລະນີພວກທ່ານຖືກປັບໃໝໂດຍບໍ່ສອດຄ່ອງຕາມລະບຽບ ແມ່ນໃຫ້ມີກໍານົດວັນ, ເວລາ, ສະຖານທີ່ຊັດເຈນ ແລ້ວສ່ອງແສງລາຍງານມາໃຫ້ທາງ ປກສ ແຂວງ ກໍ່ຄື ພະແນກຈະລາຈອນ ແກ້ໄຂໃຫ້ທັນເວລາ ແລະ ຖືກຕ້ອງຕາມຄວາມຈິງ.

ຂໍ້ມູນຈາກ: Media Laos