ຢາກເຮັດທຸລະກິດສ່ວນຕົວໃຫ້ປະສົບຜົນສໍາເລັດ ຄວນຫຼີກເວັ້ນທັດສະນະຄະຕິ 5 ຂໍ້

251

ຫາກທ່ານເປັນຜູ້ໜຶ່ງທີ່ມີ ຄວາມໃຝ່ຝັນຢາກເຮັດທຸລະກິດສ່ວນຕົວໃຫ້ປະສົບຜົນສໍາເລັດ ໂດຍບໍ່ຕ້ອງໃຊ້ກຳລັງ ຄວາມຄິດທັງໝົດ ຕ້ອງສຶກສາວ່າຄວນຈະເລີ່ມຕົ້ນສ້າງທຸລະກິດຢ່າງໃດ?. ເພາະການເຮັດທຸລະກິດຈໍາເປັນຕ້ອງມີອົງປະກອບຫຼາຍຢ່າງລວມໃສ່ກັນ ແລະ ປັດໄຈທີ່ຈະນຳໄປສູ່ ຄວາມສຳເລັດນັ້ນມີຢ່າງໃດແດ່?. ສະນັ້ນ, ຈະພາທ່ານຜູ້ອ່ານໄປຮູ້ຈັກກັບ 5 ສິ່ງທີ່ຕ້ອງຫຼີກເວັ້ນ ເມື່ອຕ້ອງການເຮັດທຸລະກິດສ່ວນຕົວ ເພາະສິ່ງເຫຼົ່ານີ້ເປັນສິ່ງທີ່ນັກທຸລະກິດ ຫຼື ຜູ້ປະກອບການມັກຈະເບິ່ງຂ້າມເມື່ອເຖິງຄາວເລີ່ມຕົ້ນເຮັດທຸລະກິດແທ້ໆ ເພື່ອຈະໄດ້ມີສະຕິລະມັດລະວັງ ແລະ ນໍາໃຊ້ໃຫ້ເກີດປະໂຫຍດແກ່ຕົນເອງ ດັ່ງລຸ່ມນີ້:


ຢ່າໝັ້ນໃຈໃນຕົນເອງຫຼາຍເກີນໄປ:

ຄວາມອວດອົ່ງທະນົງຕົວ ຫຼື ມີຄວາມໝັ້ນໃຈຕົນເອງຫຼາຍເກີນໄປ ຈະນໍາຜົນເສຍຢ່າງມະຫາສານມາໃຫ້ກັບຕົນເອງ ເພາະວ່າບໍ່ມີໃຜຈະຮູ້ທຸກສິ່ງໃນເວລາດຽວກັນໄດ້, ໃນກໍລະນີພົບປະສັງສົມ ຫຼື ຢູ່ກັບຜູ້ທີ່ມີຄວາມຮູ້ – ປະສົບການ ເຮົາຍິ່ງຕ້ອງຖ່ອມຕົວເພື່ອຖອດຖອນແລກປ່ຽນບົດຮຽນຕົວຈິງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເຊິ່ງອັນໃດເຫັນວ່າບໍ່ຖືກຕ້ອງເຮົາກໍເປັນບົດຮຽນ ຫຼື ອັນໃດທີ່ເປັນປະໂຫຍດເຮົາກໍເອົາມາໝູນໃຊ້. ສະນັ້ນ, ຄວາມສ່ຽງບາງຢ່າງພຽງເລັກໜ້ອຍຫາກເບິ່ງບັນຫາພຽງດ້ານດຽວ ນອກຈາກເຮົາຈະບໍ່ສາມາດແກ້ບັນຫາໄດ້ແລ້ວຍັງຖືກຄົນອື່ນນິນທາຈົ່ມຂວັນນຳອີກ ເພາະຖ້າຄິດວ່າ “ ເຮົາເປັນ ໃຫຍ່ພຽງຄົນດຽວ ຄົນອື່ນບໍ່ຮູ້ເທົ່າເຮົາ ” ອາດຈະນຳໄປສູ່ການລົງທຶນທີ່ບໍ່ກຸ້ມຄ່າ ຫຼື ການຕັດສິນໃຈທາງທຸລະກິດທີ່ນຳໄປສູ່ຄວາມເສຍຫາຍໄດ້.


ຢ່າຟ້າວກຳຈັດທຸກຄົນທີ່ກີດຂວາງ:

ຄຳສຸພາສິດເຄີຍເວົ້າວ່າ: “ ມີເພື່ອຮ່ວມງານ ຫຼື ມິດສະຫາຍໃນທີ່ມືດ ຍັງດີກວ່າການເດີນທາງຄົນດຽວໃນທີ່ແຈ້ງ ” ເຊິ່ງຄວາມໝາຍຂອງມັນກໍຄືຂໍໃຫ້ຫຼີກເວັ້ນການປະທະໂດຍກົງ ບໍ່ວ່າຈະເປັນຜູ້ຮ່ວມງານຂອງເຮົາເອງ ຫຼື ບໍລິສັດຄູ່ແຂ່ງກໍຕາມ ເພາະໃນແງ່ຄວາມຂັດແຍ່ງກັບຜູ້ຮ່ວມງານ ຂໍໃຫ້ເວົ້າຈາກັນດ້ວຍເຫດຜົນ ແລະ ໃຫ້ເຫັນປະໂຫຍດຂອງທຸລະກິດເປັນທີ່ຕັ້ງ, ບໍ່ແມ່ນຈັບຄວາມຖ້າແຕ່ຈະເວົ້າເພື່ອເອົາຊະນະເພື່ອນຮ່ວມງານເທົ່ານັ້ນ, ສ່ວນການສູ້ກັບຄູ່ແຂ່ງມັນຄົງຈະສ້າງສັນກວ່ານີ້ ຖ້າແຂ່ງກັນດ້ວຍຈຸດເດັ່ນ ຫຼື ຄຸນນະພາບຂອງສິນຄ້າ ໂດຍບໍ່ແມ່ນຈະເຮັດໃຫ້ຄູ່ແຂ່ງອອກຈາກຕະຫຼາດໄປ ເພາະໃນທີ່ສຸດແລ້ວເຮົາອາດຈະຖືກທຸລະກິດທີ່ມີຕົ້ນທຶນຕ່ຳກວ່າຕັດລາຄາ ແລະ ເຮັດໃຫ້ຫຼົ້ມໄດ້ເຊັ່ນກັນ.

ຄວນເຮັດວຽກໃຫ້ເປັນລະບົບ:

ຄຸນນະພາບຊີວິດຄືທຸກສິ່ງທຸກຢ່າງຈຳເປັນຈະຕ້ອງປະສົມປະສານ ເພື່ອຫາຄວາມລົງຕົວລະຫວ່າງໜ້າທີ່ການງານກັບໝູ່ເພື່ອນ ຫຼື ຄອບຄົວ. ຫາກເຮົາກັງວົນໄປໝົດທຸກຢ່າງ ແລະ ບໍ່ຍອມກະຈາຍໜ້າງານ ລວມໄປເຖິງອຳນາດໃນການຕັດສິນໃຈໃຫ້ກັບລູກນ້ອງຂອງຕົນ ຈະຖືວ່າເປັນການນຳເອົາທຸກສິ່ງຢ່າງມາລວມສູນໄວ້ທີ່ຕົວເອງໝົດ ເຊິ່ງມັນກໍບໍ່ຕ່າງຫຍັງກັບວ່າ: ຕົນເອງເປັນຜູ້ຕັດສິນໃຈເອງ. ສະນັ້ນ, ຈຶ່ງເຮັດໃຫ້ເຮົາບໍ່ມີເວລາພັກຜ່ອນແຖມຍັງສົ່ງຜົນເສຍທັງຕົວທຸລະກິດ ແລະ ຊີວິດສ່ວນຕົວຂອງຕົວເອງ.

ຢ່າປະໝາດ:

ນັກທຸລະກິດຫຼາຍຄົນ ໂດຍສະເພາະກຸ່ມທີ່ເປັນຜູ້ນຳຕະຫຼາດມັກຈະປະໝາດຄູ່ແຂ່ງຂັນ ແລະ ເບິ່ງຜ່ານວ່າສິນຄ້າຂອງຄູ່ແຂ່ງຂັນດ້ອຍກວ່າຕົນເອງ ຫຼື ບໍ່ສາມາດຕອບໂຈດຜູ້ບໍລິໂພກບໍ່ໄດ້. ຫາກເຮົາຄິດໃນມຸມມອງອີກຢ່າງໜຶ່ງ ຄືການດູຖູກຕົນເອງ ແລ້ວເອົາສິ່ງທີ່ຕົນມີໄປທຽບກັບຄົນອື່ນ ໂດຍບໍ່ຮູ້ວ່າເຂົາເຈົ້າກໍມີໄອເດຍໃນການພັດທະນາຜະລິດຕະພັນ ຫຼື ສິນຄ້າອື່ນໆໄດ້ ເຊິ່ງໄລຍະຍາວມັນຈະສົ່ງຜົນເສຍໃຫ້ເຮົາຂາດສະຕິ, ບໍ່ມີການພັດທະນາແຖມຍັງເສຍເວລາໄປກັບສິ່ງທີ່ບໍ່ເປັນປະໂຫຍດຍ້ອນເຮົາປະໝາດຄົນອື່ນນັ້ນເອງ.

ຢຶດຕິດກັບຄວາມສຳເລັດແບບເກົ່າ ແລະ ບໍ່ຮຽນຮູ້ສິ່ງໃໝ່:

ເຕັກນິກທາງການຕະຫຼາດທີ່ເຄີຍປະສົບຜົນສໍາເລັດມາແລ້ວ ມັນເປັນພຽງການວາງແຜນຖືກທີ່ຖືກເວລາເທົ່ານັ້ນ ແຕ່ຈະເອົາກົນລະຍຸດເຫຼົ່ານັ້ນມາໃຊ້ໃນປັດຈຸບັນບາງຄັ້ງມັນບໍ່ສອດຄ່ອງ ເນື່ອງຈາກວິວັດທະນາການຂອງຄົນໄດ້ປ່ຽນໄປຕາມການເວລາ. ສະນັ້ນ, ຖ້າຢາກໃຫ້ທຸລະກິດທີ່ເຮົາເຮັດຄົງຢູ່ໄປເລື້ອຍໆແມ່ນບໍ່ຄວນຢຶດຕິດກັບຜົນສໍາເລັດທີ່ເຄີຍໄດ້ຜ່ານມາ ອັນນີ້ຖືວ່າເປັນຜົນເສຍ ເພາະນອກຈາກເຮົາຈະບໍ່ມີການພັດທະນາແລ້ວ ຍັງຈະເຮັດໃຫ້ເຮົາແຂ່ງຂັນກັບໝູ່ບໍ່ໄດ້ ແລະ ສຸດທ້າຍທຸລະກິດເຮົາກໍໄປບໍ່ລອດ ແລະ ລົ້ມລະລາຍໄປໃນທີ່ສຸດ.