ລາວລີກ 1 ຜ່ານໄປ 15 ນັດມີປະຕູເກີິດຂຶ້ນ 54 ໜ່ວຍ, ໂກເມສ ຄອສຕ້າ ຂຶ້ນນໍາດາວຍິງສູງສຸດ

164

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ເລີ່ມມີປະຕູເກີດຂຶ້ນຫຼາຍ ແລະ ເລີ່ມກິນຂາດລອຍ ໂດຍສະເພາະໃນຕົ້ນເດືອນສິງຫານີ້ ກໍຄືນັດເມື່ອທ້າຍອາທິດທີ່ຜ່ານມາ ລົງແຂ່ງຂັນ 3 ຄູ່ກິນຂາດທັງ 3 ຄູ່ເຮັດໃຫ້ຍອດລວມປະຕູຈາກ 15 ນັດທີ່ຜ່ານມາ ມີເຖິງ 54 ປະຕູ. ຂະນະທີ່ ດາວຍິງສູງສຸດເປັງຂອງ ໂກເມສ ຄອສຕ້າ ກອງໜ້າຊາວບຣາຊິນຂອງ ລາວໂຕໂຢຕ້າ ເອັຟຊີ ຍິງໄປແລ້ວ 5 ປະຕູຈາກ 5 ນັດ.

ການແຂ່ງຂັນໃນຕົ້ນລະດູການປະກົດວ່າເກມສູສີກັນ ເພາະກິນກັນໄດ້ພຽງຫວຸດຫວິດ, ແຕ່ຫຼ້າສຸດ ກຽມຍ່າງເຂົ້າສູ່ໂຄ້ງສຸດທ້າຍຂອງຮອບຂາໄປ ເລີ່ມມີປະຕູຫຼາຍຂຶ້ນ ແລະ ກິນຂາດກັນຫຼາຍຂຶ້ນ ໂດຍສະເພາະອາທິດຫຼ້າສຸດ 3 ຄູ່ປະກົດວ່າ: ມີເຖິງ 16 ປະຕູປະກອບດ້ວຍ ປກສ ເອັຟຊີ ເສຍໃຫ້ ຊ້າງນ້ອຍ ເອັຟຊີ 1-3, ວຽງຈັນ ເອັຟທີ ເສຍໃຫ້ ມາສເຕີ 7 ເອັຟຊີ 1-5 ແລະ ວຽງຈັນ ເອັຟຊີ ເສຍໃຫ້ ລາວໂຕໂຢຕ້າ ເອັຟຊີ 1-5.

ຈາກຍອດລວມດັ່ງກ່າວ ເຮັດໃຫ້ມາຮອດປັດຈຸບັນ ແຂ່ງຂັນສໍາເລັດໄປທັງໝົດ 15 ນັດຈາກ 5 ອາທິດ ປາກົດວ່າ: ມີປະຕູເກີດຂຶ້ນເຖິງ 54 ໜ່ວຍ ໃນນັ້ນນັດທີ່ມີປະຕູຫຼາຍທີິ່ສຸດເປັນນັດລະຫວ່າງ ວຽງຈັນ ເອັຟທີ ເສຍໃຫ້ ເອັສຣາ ເອັຟຊີ 2-5, ສ່ວນນັດທີ່ ເອັສຣາ ເອັຟຊີ ສະເໝີກັບ ປກສ ເອັຟຊີ 0-0 ເປັນນັດດຽວທີ່ບໍ່ມີປະຕູເກີດຂຶ້ນ ເຫຼືອນັ້ນແມ່ນມີປະຕູເກີດຂຶ້ນທຸກໆນັດ.

ສ່ວນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນຕອນນີ້ແມ່ນ ໂກເມສ ຄອສຄາ ( LAERCIO GOMES COSTA ) ກອງໜ້າຂອງ ລາວໂຕໂຢຕ້າ ເອັຟຊີ ຍິງໄປແລ້ວ 5 ປະຕູຈາກ, ໂດຍມີ ສຸກພະຈັນ ເລື່ອນທາລາ ກອງໜ້າຂອງ ວຽງຈັນ ເອັຟຊີ ຕາມມາເປັນອັນດັບ 2 ຍິງໄດ້ 4 ປະຕູ ແລະ ອັນດັບ 3 ເປັນຂອງ ກຽງທະວີສັນ ໄຊຊະນະປັນຍາ ກອງໜ້າຂອງ ມາສເຕີ 7 ເອັຟຊີ ແລະ ພິທັກ ກອງມະທິລາດ ກອງກາງຂອງ ລາວໂຕໂຢຕ້າ ເອັຟຊີ ທີ່ິຍິງໄດ້ 3 ປະຕູເທົ່າກັນ.

ຂະນະທີ່ ສະຖານະການໃບເຫຼືອງ ແລະ ໃບແດງຈາກ 15 ນັດດັ່ງກ່າວມີໃບເຫຼືອງເຖິງ 55 ໃບ ແລະ 7 ໃບແດງ, ເຊິ່ງທີມທີ່ໄດ້ໃບເຫຼືອງຫຼາຍທີ່ສຸດເປັນຂອງ ລາວໂຕໂຢຕ້າ ເອັຟຊີ ໄດ້ເຖິງ 13 ໃບ, ອັນດັບ 2 ປກສ ເອັຟຊີ 10 ໃບ ແລະ ອັນດັບ 3 ວຽງຈັນ ເອັຟທີ 9 ໃບ, ສ່ວນທີມທີ່ໄດ້ໃບແດງຫຼາຍທີ່ສຸດເປັນ ເອສະຣາ ເອັຟຊີ ໄດ້ເຖິງ 3 ໃບ, ອັນດັບ 2 ປກສ ເອັຟຊີ ໄດ້ 2 ໃບ ແລະ ອັນດັບ 3 ວຽງຈັນ ເອັຟຊີ ກັບ ຊ້າງນ້ອຍ ໄດ້ທີມລະ 1 ໃບ ເທົ່າກັນ.

ສໍາລັບ ຕາຕະລາງຄະແນນລວມປັດຈຸບັນ ລາວໂຕໂຢຕ້າ ເອັຟຊີ ລົງສະໜາມ 5 ນັດມີ 13 ຄະແນນຢຶດທີມນໍາ, ມາສເຕີ 7 ເອັຟຊີ ມີ 10 ຄະແນນຢູ່ອັນດັບ 2, ສ່ວນ ເອັສຣາ ເອັຟຊີ ມີ 5 ຄະແນນຢູ່ອັນດັບ 3. ຂະນະທີ່ ຊ້າງນ້ອຍ ເອັຟຊີ, ວຽງຈັນ ເອັຟຊີ ແລະ ປກສ ເອັຟຊີ ມີ 4 ຄະແນນເທົ່າກັນ ແລະ ວຽງຈັນ ເອັຟທີ ມີ 1 ຄະແນນ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ