ນາງ ອອງຊານ ຊູຈີ ປະກາດລົງຮັບສະໝັກເລືອກຕັ້ງອີກສະໄໝ

80

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ປະກາດຈະລົງຮັບສະໝັກເລືອກຕັ້ງສະໄໝທີ 2 ໃນການເລືອກຕັ້ງທົ່ວໄປຂອງມຽນມາ ທີ່ຈະມີຂຶ້ນໃນເດືອນພະຈິກຈະເຖິງນີ້.

ທ່ານ ນາງ ຊູຈີ ຜູ້ນຳພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ( NLD ) ໃນໄວ 75 ປີ ໄດ້ປະກາດຕໍ່ຜູ້ສະໜັບສະໜູນທີ່ເມືອງຢາງກຸ້ງ ເມືອງຫຼວງເກົ່າຂອງມຽນມາ ໃນຂະນະທີ່ເດີນທາງໄປຍື່ນໃບສະໝັກເລືອກຕັ້ງໃນພື້ນທີ່ດັ່ງກ່າວ ທ່າມກາງຜູ້ສະໜັບສະໜູນຮ້ອງ – ເຊຍເປັນຈຳນວນຫຼວງຫຼາຍ.

ທ່ານ ນາງ ຊູຈີ ເຈົ້າຂອງລາງວັນໂນເບລ ສາຂາສັນຕິພາບ ທີ່ໄດ້ຮັບການຍົກຍ້ອງໃນຖານະນັກຕໍ່ສູ້ເພື່ອປະຊາທິປະໄຕໃນມຽນມາ ໄດ້ນຳພັກເອັນແອລດີ ຄວ້າໄຊຊະນະຢ່າງຖະຫຼົ່ມທະລາຍໃນການເລືອກຕັ້ງປີ 2016. ແຕ່ການເລືອກຕັ້ງຄັ້ງນີ້ນັກວິເຄາະຄາດການວ່າຈະຍັງມີປະຊາຊົນສະໜັບສະໜູນຄືກັບຄັ້ງຜ່ານມາ ຫຼື ບໍ່. ທັງນີ້, ຍັງມີເວລາອີກຫຼາຍເດືອນ ເພື່ອໃຫ້ບັນດາພັກການເມືອງຫາສຽງ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ – 19.