ເກົາຫຼີກໍ່ໜັກ! ນ້ຳຖ້ວມຄັ້ງໃຫຍ່ ເສຍຊີວິດ 10 ກວ່າຄົນ

86

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນ ສົ່ງຜົນໃຫ້ເກີດນ້ຳຖ້ວມຢູ່ ສ.ເກົາຫຼີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ, ສູນຫາຍ 13 ຄົນ, ປະຊາຊົນຫຼາຍກວ່າ 1.000 ຄົນ ຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສໄປຢູ່ທີ່ປອດໄພ.

ໄພພິບັດຄັ້ງນີ້ຍັງເກີດມີດິນເຈື່ອນ ແລະ ນໍ້າໄດ້ຍື່ງຂຶ້ນຖ້ວມອາຄານບ້ານເຮືອນ, ພາຫະນະຂອງປະຊາຊົນໃນນະຄອນຫຼວງເຊ ອູລ.

ເຈົ້າໜ້າທີ່ກູ້ໄພ ເປີດເຜີຍວ່າ: ມີພື້ນທີ່ກະສິກຳຈຳນວນໜຶ່ງຖືກນ້ຳຖ້ວມ ລວມເຖິງເສັ້ນທາງຫຼວງສາຍສຳຄັນ ແລະ ຂົວອີກຫຼາຍແຫ່ງໃນນະຄອນຫຼວງເຊອູລ, ປະທານາທິບໍດີ ມຸນແຈອິນ ຮຽກຮ້ອງໃຫ້ຈັດກອງປະຊຸມສຸກເສີນ ແລະ ສັ່ງໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງພະຍາຍາມຊ່ວຍເຫຼືອເພື່ອປ້ອງກັນການສູນເສຍຊີວິດຂອງປະຊາຊົນ.

ປັດຈຸບັນ, ເຈົ້າໜ້າທີ່ພວມເຂົ້າໄປສ້ອມແປງເສັ້ນທາງ ແລະ ຂົວທີ່ຖືກນ້ຳຖ້ວມຕາມຝັ່ງແມ່ນ້ຳຮັນ ກາງນະຄອນຫຼວງເຊອູລ.