ສະເຫຼີມສະຫຼອງສັບປະດາສາກົນ ການລ້ຽງລູກດ້ວຍນ້ຳນົມແມ່

108

ສປປ ລາວ ສະໜັບສະໜູນການລ້ຽງລູກດ້ວຍນ້ຳນົມແມ່ ແຕ່ເກີດຈົນຮອດອາຍຸ 6 ເດືອນ ແລະ ສືບຕໍ່ລ້ຽງລູກດ້ວຍນ້ຳນົມແມ່ຈົນອາຍຸເດັກໄດ້ 2 ປີ ຫຼື ຫຼາຍກວ່ານັ້ນ, ຄຽງຄູ່ກັບການໃຫ້ອາຫານເສີມ ເມື່ອອາຍຸໄດ້ 6 ເດືອນຂຶ້ນໄປ.

ພິທີສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນ້ຳນົມແມ່ ໄດ້ຈັດຂຶ້ນວັນທີ 5 ສິງຫາ 2020 ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນປະທານຮ່ວມຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເລໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ນາງ ບີອາເຕ ຕາສະເຕັລ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ມີບັນດານັກສຶກສາ ແລະ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເລໂອ ຟາເບີ ກ່າວວ່າ: ນໍ້ານົມແມ່ແມ່ນອາຫານດີທີ່ສຸດສໍາລັບເດັກອ່ອນ ແລະ ເດັກນ້ອຍ ຍ້ອນວ່າມັນເປັນອາຫານພຽງຢ່າງດຽວທີ່ປອດໄພ, ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ເຕັມໄປດ້ວຍສານທີ່ເປັນພູມຕ້ານທານຂອງຮ່າງກາຍຊ່ວຍປ້ອງກັນບັນດາພະຍາດທົ່ວໄປໃນໄວເດັກ ເຊັ່ນ: ພະຍາດລະບົບທາງເດີນຫາຍໃຈ, ພະຍາດລໍາໄສ້ອັກເສບ ແລະ ຫູອັກເສບ. ເຖິງແມ່ນວ່າລັດຖະບານແຫ່ງ ສປປ ລາວ ໄດ້ແນະນໍາຢ່າງເຂັ້ມງວດໃຫ້ເດັກກິນນົມແມ່ພຽງຢ່າງດຽວໃນ 6 ເດືອນທໍາອິດ ແລະ ສືບຕໍ່ໃຫ້ລູກກິນນົມແມ່ ພ້ອມດ້ວຍອາຫານທີ່ປອດໄພ ແລະ ມີທາດບໍາລຸງອື່ນໆຈົນກ່ວາເດັກອາຍຸໄດ້ 2 ປີກໍຕາມ, ມີເດັກນ້ອຍກວ່າເຄິ່ງໜຶ່ງ ( 45% ) ໄດ້ກິນນົມແມ່ພຽງຢ່າງດຽວເຖິງ 6 ເດືອນ ແລະ ມີພຽງແຕ່ປະມານ 1 ໃນ 4 ( 27,2% ) ຂອງເດັກເທົ່ານັ້ນ ໄດ້ສືບຕໍ່ກິນນົມແມ່ຈົນຮອດອາຍຸ 2 ປີ.

ທ່ານ ນາງ ບີອາເຕ ຕາສະເຕັລ ກ່າວວ່າ: ການລ້ຽງລູກດ້ວຍນົມແມ່ບໍ່ພຽງແຕ່ເປັນພື້ນຖານຂອງການພັດທະນາເດັກທີ່ແຂງແຮງເທົ່ານັ້ນ, ມັນກຸ້ມຄ່າ ແລະ ເປັນການປະຢັດ ແລະ ປັບປຸງຊີວິດຂອງເດັກ, ຄອບຄົວ ແລະ ສັງຄົມໃຫ້ດີຂຶ້ນ ດ້ວຍການຢຸດຕິການຕາຍຂອງເດັກທີ່ສາມາດປ້ອງກັນໄດ້. ດ້ວຍການປັບປຸງສຸຂະພາບຂອງແມ່ ແລະ ເດັກໃຫ້ດີຂຶ້ນ.

ທ່ານ ພູທອນ ເມືອງປາກ ກ່າວວ່າ: ທຸກໆປີໃນລະຫວ່າງວັນທີ 1 ຫາ 7 ສິງຫາ ບັນດາປະເທດຕ່າງໆໃນໂລກ ໄດ້ພ້ອມພາກັນສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນ້ຳນົມແມ່ ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆໃນຫຼາຍຮູບແບບ, ໃນປີ 2020 ອົງກອນພັນທະມິດ ສາກົນການລ້ຽງລູກດ້ວຍນົມແມ່ ໄດ້ເນັ້ນໜັກໃສ່ຫົວຂໍ້: “ ການລ້ຽງລູກດ້ວຍນົມແມ່ ກັບສຸຂະພາບໂລກ ”.