ທ່ານ ອະນຸສິນ ພົນເສນາ ໄດ້ຮັບເລືອກເປັນປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ

252

ກອງປະຊຸມໃຫຍ່ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ ( ສນກ ) ໄດ້ເປັນເອກະສັນເລືອກເອົາ ທ່ານ ອະນຸສິນ ພົນເສນາ ເປັນປະທານສະມາຄົມ ເພື່ອຊີ້ນໍາວຽກງານເຄື່ອນໄຫວໃຫ້ການດໍາເນີນທຸລະກິດນໍ້າມັນຖືກຕ້ອງຕາມລະບຽບ ແລະ ປະກອບສ່ວນພັດທະນາປະເທດຊາດໃຫ້ດີຍິ່ງຂຶ້ນ.

ກອງປະຊຸມໃຫຍ່ ສນກ ຈັດຂຶ້ນວັນທີ 5 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ອະນຸສິນ ພົນເສນາ ປະທານ ສນກ ພ້ອມດ້ວຍສະມາຊິກ ສນກ ເຂົ້າຮ່ວມ.

ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ກ່າວວ່າ: ສນກ ເປັນອົງການຈັດຕັ້ງທາງສັງຄົມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງກະຊວງການຄ້າ ແລະ ທ່ອງທ່ຽວ ສະບັບເລກທີ 450/ກຄທ ລົງວັນທີ 11 ພຶດສະພາ 1999 ເຊິ່ງໃນເມື່ອກ່ອນເອີ້ນວ່າກຸ່ມນໍ້າມັນເຊື້ອໄຟ ສນກ ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ກົດລະບຽບຂອງຕົນ ເພື່ອປຸກລະດົມຂົນຂວາຍບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ, ທຸລະກິດນໍ້າມັນເຄື່ອງ ແລະ ທຸລະກິດອາຍແກ໊ສເຂົ້າເປັນສະມາຊິກສະມາຄົມ ເຊິ່ງປັດຈຸບັນມີສະມາຊິກທັງໝົດ 31 ບໍລິສັດ, ປະກອບດ້ວຍສະມາຊິກສາມັນ 26 ບໍລິສັດ ແລະ ສະມາຊິກສະໜັບສະໜູນ 5 ບໍລິສັດ ບັນດາບໍລິສັດນໍ້າມັນເຊື້ອໄຟໄດ້ມີການປັບປຸງຕົນເອງໃຫ້ຖືກຕ້ອງຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂ ກໍານົດໃນດໍາລັດທຸລະກິດນໍ້າມັນເຊື້ອໄຟເລກທີ 331/ນຍ ເຊິ່ງປັດຈຸບັນໄດ້ສໍາເລັດການຂຶ້ນທະບຽນຄືນໃໝ່ເປັນບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ 11 ບໍລິສັດ ແລະ ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟພາຍໃນປະເທດ 13 ບໍລິສັດ ສ່ວນບໍລິສັດນໍ້າມັນເຊື້ອໄຟ, ບໍລິສັດນໍ້າມັນເຄື່ອງ ແລະ ບໍລິສັດອາຍແກ໊ສອື່ນໆ ແມ່ນສືບຕໍ່ປັບປຸງ ແລະ ດໍາເນີນທຸລະກິດຕາມລະບຽບການທີ່ຂັ້ນເທິງວາງອອກ.

ສໍາລັບການສ້າງຕັ້ງສະມາຄົມ ສນກ ແມ່ນອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ເລກທີ 0078/ອຄ.ກຄພນ ລົງວັນທີ 22 ມັງກອນ 2020 ວ່າດ້ວຍການອະນຸມັດແຕ່ງຕັ້ງຄະນະຂົນຂວາຍສ້າງຕັ້ງ ສນກ ໂດຍມີ 8 ທ່ານ ໄດ້ແກ່: ທ່ານ ອະນຸສິນ ພົນເສນາ, ທ່ານ ຈັນອ່ອນ ລີຍາພອນ, ທ່ານ ຈັນທອນ ສິດທິໄຊ, ທ່ານ ບຸນຈອນ ແສງດາລາ, ທ່ານ ບົວສະຫວັນ ສີຫານາດ, ທ່ານ ບຸນນໍາ ຄໍາໃບ, ທ່ານ ນາງ ວັນຄໍາ ສຸລິຍາ ແລະ ທ່ານ ທອງ ທໍາມະລັດ.

ໃນທີ່ປະຊຸມໄດ້ປ່່ອນບັດເລືອກຕັ້ງຄະນະບໍລິຫານງານສະມາຄົມ ສນກ ໂດຍສະມາຊິກມີຄວາມເປັນເອກະພາບເລືອກເອົາ ທ່ານ ອະນຸສິນ ພົນເສນາ ເປັນປະທານ ສນກ, ທ່ານ ຈັນທອນ ສິດທິໄຊ ແລະ ທ່ານ ບົວສະຫວັນ ສີຫານາດ ເປັນຮອງປະທານ ສນກ, ທ່ານ ນາງ ວັນຄໍາ ສຸລິຍາ ເປັນປະທານກວດກາສະມາຄົມ ສນກ, ທ່ານ ທອງ ທໍາມະລັດ ເປັນຫົວໜ້າຫ້ອງການ ສນກ.

ໃນຕອນທ້າຍພິທີ ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄໍາເຫັນເນັ້ນໃຫ້ຄະນະບໍລິຫານງານ ສນກ ເອົາໃຈໃສ່ເປັນຈຸດໃຈກາງເຕົ້າໂຮມບັນດາຜູ້ປະກອບການທຸລະກິດນໍ້າມັນໃຫ້ມີການເຄື່ອນໄຫວທີ່ສອດຄ່ອງຕາມລະບຽບກົດໝາຍ ແລະ ສືບຕໍ່ຜັນຂະຫຍາຍດໍາລັດ 331/ນຍ ໃຫ້ເຂັ້ມງວດ, ພ້ອມເປັນຂົວຕໍ່ປະສານງານກັບຂະແໜງການກ່ຽວຂ້ອງກັບລັດຖະບານ ເພື່ອເຮັດແນວໃດໃຫ້ສາມາດຂັບເຄື່ອນທຸລະກິດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ໃນຕໍ່ໜ້າການເປີດນໍາໃຊ້ໂຮງກັ່ນນໍ້າມັນແຫ່ງທໍາອິດຕ້ອງໃຫ້ມີການປະສານງານກັນລະອຽດ ໂດຍສະເພາະການກໍານົດໂຄງສ້າງລາຄາຂາຍໃຫ້ສົມເຫດສົມຜົນ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້.