ເມນູມື້ນີ້ທີ່ເຮົາຈະມານຳສະເໜີ ນັ້ນກໍຄື ກຸ້ງຂົ້ວພິກເກືອ ທີ່ຫອມກະທຽມຈຽວ ໝາກເຜັດແຫ້ງ ມີລົດຊາດຫວານເຄັມ ກັບ ກຸ້ງທີ່ຈືນກອບກຳລັງດີ ແຊບລົງຕົວທີ່ສຸດ ກິນກັບເຂົ້າໄດ້ ຫຼື ເປັນຂອງກັບແກ້ມກໍດີ ເຮັດໃຫ້ຈະເລີນອາຫານໄດ້ດີ.
ວັດຖຸດິບ
ປະກອບມີ: ກຸ້ງ, ກະທຽມ, ໝາກເຜັດແຫ້ງ, ຫອມບົ່ວໃບ, ຫອມປ້ອມ, ນ້ຳມັນພືດ, ເກືອ, ນ້ຳຕານ, ແປ້ງນົວ, ນ້ຳມັນຫອຍ ແລະ ນ້ຳດື່ມ.
ວິທີເຮັດ
1 ຕັດໜວດກຸ້ງລ້າງໃຫ້ສະອາດ.
2 ຊອຍກະທຽມ ແລະ ໝາກເຜັດແຫ້ງ.
3 ນຳກຸ້ງລົງຈືນນ້ຳມັນຈົນສຸກກອບ ແລ້ວຕັກຂຶ້ນຕອງນ້ຳມັນໃຫ້ສະເດັດ.
4 ນຳກະທຽມລົງຈຽວ. (ໃຊ້ນ້ຳມັນທີ່ຈືນກຸ້ງຈະເຮັດໃຫ້ຫອມມັນກຸ້ງ) ແລ້ວນຳໝາກເຜັດແຫ້ງລົງຈຽວຈົນຫອມ.
5 ໃສ່ກຸ້ງທີ່ຈືນໄວ້ລົງຂົ້ວ ໃສ່ເຄື່ອງປຸງ ເກືອ, ນ້ຳຕານ, ແປ້ງນົວ, ນ້ຳມັນຫອຍໜ່ອຍໜຶ່ງ, ໃສ່ນ້ຳດື່ມໜ່ອຍໜຶ່ງ (ປຸງຕາມໃຈມັກ) ຂົ້ວຈົນເຂົ້າກັນ.
6 ໃສ່ຫອມບົ່ວໃບ, ຜັກຫອມປ້ອມຊອຍ ໂຮຍເພື່ອຄວາມສວຍງາມ.