ໜັກໜ່ວງ ໄຟຟ້າຕາຂ່າຍແຮງກາງ 22 ກິໂລໂວນບໍລິຄຳໄຊ ວິຊາການຕ້ອງເລັ່ງແກ້

85

ໃນລະຫວ່າງວັນທີ 3-4 ສິງຫາ 2020 ທີຜ່ານມາ ໄດ້ເກີດພາຍຸພັດຜ່ານ ແຂວງບໍລິຄຳໄຊ ປະກອບມີ 02 ເມືອງຄື: ເມືອງ ບໍລິຄັນ ແລະ ເມືອງ ວຽງທອງ​ ເຮັດໃຫ້ເກີດມີດິນເຈື່ອນຍ້ອນນໍ້າປ່າໄຫລແຮງ, ເສັ້ນທາງຖືກຕັດຂາດ, ບາງຈຸດມີນໍ້າຖ້ວມ ເຊິ່ງ ໄດ້ສ້າງຄວາມເສຍຫາຍໃຫ້ລະບົບຕາຂ່າຍ ເຮັດໃຫ້ເສົາ 12 ແມັດ ຫັກ ຈຳນວນ 5 ຕົ້ນ, ຄອນສາຍສີມັງຫັກ 7 ເສັ້ນ, ດອກກັນໄຟແຕກ ຈຳນວນ 24 ດອກ, ປະຊາຊົນຈໍານວນ 12 ບ້ານຂອງ 2 ເມືອງ ບໍ່ມີກະແສໄຟຟ້າຊົມໃຊ້.

ປະຈຸບັນສູນບໍລິການໄຟຟ້າເມືອງບໍລິຄັນ, ສູນບໍລິການເມືອງວຽງທອງ ທີ່ຂື້ນກັບລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ແມ່ນໄດ້ສ້ອມແປງຊົ່ວຄາວໂດຍການນໍາໃຊ້ເສົາໄມ້ເນັ່ງສາຍໄຟໄປຫາບ້ານປະຊາຊົນເປັນການຊົ່ວຄາວ ເນື່ອງຈາກສະພາບເສັ້ນທາງຖືກຕັດຂາດ ແລະ ມີນໍ້າຖ້ວມສູງບາງຈຸດບໍ່ສາມາດຕັ້ງເສົາໄດ້ເທື່ອ.

ແນວໃດກໍ່ດີໃນເລື່ອງກະແສໄຟຕອນນີ້ແມ່ນສາມາດປ່ອຍໃຫ້ພໍ່ແມ່ປະຊາຊົນໃນເຂດໂພນມີໄຊ-ຜັກເບືອກ-ຫີນໂງ່ນ 7 ບ້ານເມືອງບໍລິຄັນ ແລະ 1 ບ້ານຂອງເມືອງວຽງທອງໄດ້ນໍາໃຊ້ໄຟຊົ່ວຄາວ ໂດຍສົມທົບເຂດກຸ່ມບ້ານ, ກໍາລັງ ປກສ, ກໍາລັງ ປກຊ.


ສ່ວນອີກ 1 ຈຸດມີ 4 ບ້ານຂອງເມືອງວຽງທອງ ຄາດວ່າໃນວັນທີ 6 ສິງຫາ 2020 ຈະປະຕິບັດການຕັ້ງເສົາໄມ້ຊົ່ວຄາວໃຫ້ສໍາເລັດ ແລະ ປ່ອຍໄຟໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້ໄຟຟ້າ.