ມີຜູ້ຖືກກັກບໍລິເວນຢູ່ສູນຫຼັກ 27 ຈໍານວນ 355 ຄົນ

157

ໃນວັນທີ 4 ສິງຫາ 2020 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມສູນຈຳກັດບໍລິເວນຜູ້ເດີນທາງມາຈາກຕ່າງປະເທດທີ່ຫຼັກ 27 ນະຄອນຫຼວງວຽງຈັນໂດຍສະເພາະແມ່ນແຮງງານລາວ.

ທ່ານ ນາງ ນາລີ ຂັນທະລັກ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ( ນວ ), ຫົວໜ້າໜ່ວຍງານຄຸ້ມຄອງກໍລະນີກັກກັນ ແລະ ອະນາໄມກັນພະຍາດ ກ່າວວ່າ: ປັດຈຸບັນສູນກັກກັນຫຼັກ 27 ມາ ຮອດວັນທີ 3 ສິງຫາ 2020 ນີ້ ແມ່ນຍັງມີຜູ້ຖືກກັກຕົວ ຈຳນວນ 355 ຄົນ ເປັນຍິງ 237 ຄົນ; ຕົວເລກສະສົມຜູ້ຖືກຈຳກັດບໍລິເວນນັບແຕ່ມີການກັກມາມີຈຳນວນທັງໝົດ 3.026 ຄົນ ຍິງ 1.595 ຄົນ.

ດ້ານງົບປະມານໄດ້ຮັບເງິນນຳຄະນະສະເພາະກິດຂັ້ນ ນວ ຈຳນວນ 32 ລ້ານກວ່າກີບ ເພື່ອມາໃຊ້ຈ່າຍໃນສູນ, ພ້ອມໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເຊັ່ນ: ຮັບອາຫານຈາກອົງການກາແດງ ມື້ລະ 3 ຄາບ; ຮັບອຸປະກອນການແພດຈາກກະຊວງສາທາລະນະສຸກ; ຮັບເງິນຈາກຄູບາ ມາແຕ່ອິນເດຍ ຈຳນວນ 16 ພັນກວ່າບາດ ແລະ ຮັບຊຸດບ່ອນນອນ 100 ຊຸດ, ອຸປະກອນ ແລະ ເຄື່ອງໃຊ້ອື່ນໆອີກ ມູນຄ່າ 21 ກວ່າລ້ານກີບ.

ທ່ານກ່າວຕື່ມວ່າ: ໃນທິດທາງຕໍ່ໜ້າການກວດກາຕິດຕາມວັດແທກອຸນຫະພູມໃຫ້ແກ່ແຮງງານທີ່ກັກກັນຢູ່ສູນມື້ລະ 2 ຄັ້ງ ເຊົ້າ – ແລງ ພ້ອມທັງກວດໃຫ້ຜູ້ທີ່ເຂົ້າມາໃໝ່; ໂຄສະນາສຸຂະສຶກສາ, ສີດພົ່ນຢາຂ້າເຊື້ອ, ເກັບກຳແຮງງານມາແຕ່ຕ່າງແຂວງເພື່ອສົ່ງໄປກັກກັນຢູ່ແຂວງຕົນ, ສືບຕໍ່ໃຫ້ ຄວາມຮູ້ຂໍ້ມູນຂ່າວສານໃຫ້ ແກ່ແຮງງານໃນການສ້າງວຽກເຮັດງານທຳ ໂດຍສົມທົບກັບ ບໍລິສັດ ໂຮຢາ ແລະ ມັສຄອສ, ສືບຕໍ່ເກັບກຳຂໍ້ມູນແຮງງານມາຈາກຕ່າງປະເທດກ່ຽວກັບ ຄວາມຕ້ອງການເຮັດວຽກ ແລະ ຝຶກວິຊາຊີບ ແລະ ສືບຕໍ່ປະສານສົມທົບກັບຫົວໜ່ວຍແຮງງານ ເພື່ອເປັນສື່ກາງໃນການຈັດຈ້າງງານໃຫ້ແຮງງານທີ່ກັບມາຈາກຕ່າງປະເທດ. ພ້ອມນີ້, ກໍສະເໜີຂໍງົບປະມານແຮສູນ, ງົບເພື່ອຊື້ຢາແຮສູນ ແລະ ຊຸດນອນເຊິ່ງປັດຈຸບັນຍັງບໍ່ພຽງພໍ.