ຂ່າວດີ ຜູ້ຕິດເຊື້ອໂຄວິດ – 19 ກໍລະນີທີ 20 ໃກ້ຈະໄດ້ອອກໂຮງໝໍແລ້ວ ຫຼັງກວດຫາເຊື້ອຄືນຄັ້ງທີໜຶ່ງເປັນລົບ

115

ຜູ້ຕິດເຊື້ອໂຄວິດ – 19 ກໍລະນີທີ 20 ທີ່ນອນປິ່ນປົວຢູ່ໂຮງໝໍໄດ້ກວດຊອກຫາເຊື້ອຄືນຄັ້ງທີ 1 ຜົນອອກມາເປັນລົບ ແລະ ຈະໄດ້ເກັບຕົວຢ່າງກວດຫາເຊື້ອອີກ ໃນວັນທີ 5 ສິງຫາ 2020.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວໃນວັນທີ 5 ສິງຫານີ້ໃຫ້ຮູ້ວ່າ: ໃນວັນທີ 4 ສິງຫາ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.326 ຄົນ, ໃນນັ້ນຈຸດຜ່ານດ່ານລາວ – ໄທ 1.614 ຄົນ; ຈຸດຜ່ານດ່ານລາວ – ຈີນ 15 ຄົນ; ຈຸດຜ່ານດ່ານລາວ – ຫວຽດນາມ 691 ຄົນ; ຈຸດຜ່ານດ່ານ ລາວ – ກຳປູເຈຍ 6 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ( ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 4 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 447 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 300 ຕົວຢ່າງ, ແຮງງານຈີນ 136 ຕົວຢ່າງ, ແຮງງານຫວຽດນາມ 7 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 1 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 2 ຕົວຢ່າງ, ກໍລະນີທີ 20 ມາກວດຄືນ 1 ຕົວຢ່າງ ເຊິ່ງຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 4 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສຳລັບກໍລະນີທີ 20 ທີ່ກວດຊອກຫາເຊື້ອຄືນ ກໍບໍ່ພົບເຊື້ອເປັນຄັ້ງທີ 1 ແລະ ຈະໄດ້ເກັບຕົວຢ່າງກວດຫາເຊື້ອອີກ ໃນວັນທີ 5 ສິງຫາ 2020. ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 4 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 28.994 ຕົວຢ່າງ, ກວດພົບເຊື້ອສະສົມ 20 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ – 19 ບໍ່ໃຫ້ກັບຄືນມາຮອບໃໝ່ໃນປະເທດເຮົາ, ໃຫ້ຖືວ່າເປັນຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນແມ່ນການໃສ່ຜ້າອັດປາກ – ດັງ, ເວລາອອກຈາກເຮືອນ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງ ຕໍ່ການຕິດເຊື້ອ, ຫຼີກລຽງສະຖານທີ່ແອອັດ, ລ້າງມືເລື້ອຍໆດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ຢູ່ຫ່າງກັນ 1 – 2 ແມັດຂຶ້ນໄປ, ກິນອາຫານທີ່ປຸງສຸກໃໝ່, ແຍກຂອງໃຊ້ສ່ວນຕົວບໍ່ໃຊ້ຮ່ວມກັບຜູ້ອື່ນ.