ຄຸມເຂັ້ມຜູ້ເດີນທາງເຂົ້າປະເທດ ປ້ອງກັນໂຄວິດ – 19

167

ໃນວັນທີ 3 ສິງຫາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 1.884 ຄົນ. ໃນນັ້ນ, ຜ່ານສະໜາມບິນສາກົນວັດໄຕ 200 ຄົນ. ດ້ານຄະນະສະເພາະກິດຮຽກຮ້ອງໃຫ້ປະຊາຊົນຢ່າລະເຫຼີງ ພ້ອມມີສະຕິເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ – 19 ຢ່າງເຂັ້ມງວດເຖິງວ່າບໍ່ມີຜູ້ຕິດເຊື້ອໂຄວິດ – 19 ລາຍໃໝ່ກໍຕາມ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 4 ສິງຫາວ່າ: ການເຝົ້າລະວັງ ໂຄວິດ – 19 ຮອດ 17:00 ໂມງ ຂອງວັນທີ 3 ສິງຫາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 1.884 ຄົນ, ໃນນັ້ນຈຸດຜ່ານດ່ານລາວ – ໄທ 1.047 ຄົນ ( ແຮງງານລາວກັບມາແຕ່ໄທ 462 ຄົນ ); ຈຸດຜ່ານດ່ານລາວ – ຈີນ 18 ຄົນ ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານລາວ – ຫວຽດນາມ 613 ຄົນ ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; ຈຸດຜ່ານດ່ານ ລາວ – ກຳປູເຈຍ 6 ຄົນ ( ທັງໝົດແມ່ນພະນັກງານການທູດຄົນລາວ ); ເດີນທາງຜ່ານສະໜາມບິນສາກົນວັດໄຕ 200 ຄົນ ( ຄົນຈີນ 154 ຄົນ ລາວ 5 ຄົນ ແລະ ຄົນຕ່າງປະເທດ 41 ຄົນ ).

ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ( ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານກ່າວຕື່ມວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ 52 ສູນ, ມີຜູ້ຖືກຈຳກັດບໍລິເວນ 3.004 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 3 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 447 ຄົນ. ໃນນັ້ນ, ແຮງງານລາວມາແຕ່ໄທ 234 ຕົວຢ່າງ, ແຮງງານຈີນ 4 ຕົວຢ່າງ, ແຮງງານຫວຽດນາມ 4 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 203 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 2 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 3 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 28.547 ຕົວຢ່າງ, ກວດພົບເຊື້ອສະສົມ 20 ຄົນ.