ເປີດໂຕແລ້ວ Galaxy Note20 | Note20 Ultra ສະມາດໂຟນລຸ້ນໃໝ່ ຈາກ Samsung ມາພ້ອມສະເປັກທີ່ອັດແໜ້ນສຳລັບການໃຊ້ງານໃນຍຸກໃຫມ່ New Normal

358

ປີນີ້ຖືວ່າເປັນການກ້າວສູ່ທົດສະວັດໃໝ່ຂອງຊໍາຊຸງ(Samsung) ກັບການພັດທະນານະວັດຕະກຳສູ່ສັງຄົມຢ່າງຕໍ່ເນື່ອງ, ເຊິ່ງປີນີ້ຊື່ລຸ້ນກ້າວຂ້າມຈາກ Note10 ມາເປັນ Note20 ແລະ ແນ່ນອນໃນ Galaxy Note20 Series ທີ່ຫາກໍເປີດໂຕໄປໃນວັນທີ 5 ສິງຫາ 2020 ທີ່ຜ່ານມາ ເຊິ່ງຊໍາຊຸງໄດ້ອັດເຕັມເລື່ອງຂອງນະວັດຕະກຳ, ຄວາມປອດໄພ ແລະ ຄວາມມີປະສິດທິພາບ ໂດຍສະເພາະແມ່ນ ປາກກາອັດສະລິຍະ ຫລື S Pen ທີ່ເປັນຈຸດເດັ່ນຂອງ Note Series ທີ່ສາມາດສັ່ງງານໄດ້ແບບອັດສະລິຍະ ບໍ່ວ່າຈະເປັນການຈົດຂຽນ, ບັນທຶກໃນໂທລະສັບ ແລະ ການຄວບຄຸມການໃຊ້ງານ ເໝາະກັບການໃຊ້ຊີວິດຍຸກ New Normal ທີ່ຫຼາຍຄົນກຳລັງປະເຊີນ.


Galaxy Note20 Series ມີສອງລຸ້ນທີ່ເປີດໂຕອອກມາຄື Galaxy Note20 ແລະ Galaxy Note20 Ultra ແລະ ນີ້ແມ່ນຈຸດເດັ່ນຂອງທັງສອງລຸ້ນ:
ປາກກາ S Pen: ເປັນໂຕເດັ່ນຂອງ Galaxy Note20 Series ກະວ່າໄດ້, ນອກຈາກສາມາດຈົດຂຽນບັນທຶກໄດ້ລື່ນໄຫຼຄືປາກກາແທ້ແລ້ວ ຍັງສາມາດສັ່ງການຄວບຄຸມເຮັດໜ້າທີ່ເປັນຣີໂໝດເຊັ່ນ: ໄປໜ້າ, ກັບຫຼັງ, ຄວບຄຸມ Slide ແລະ ອື່ນໆຜ່ານປາກກາ S Pen ໄດ້ແບບງ່າຍໆ.
Samsung Dex: ຟັງຊັ່ນນີ້ໄດ້ຮັບການພັດທະນາຂຶ້ນມາຫຼາຍຈາກລຸ້ນກ່ອນ, Samsung Dex ໃນ Galaxy Note20 Series ແມ່ນສາມາດເຊື່ອມຕໍ່ກັບ ຄອມພິວເຕີ ຫລື ແລັບທ໋ອບ ແລະ ໜ້າຈໍໂທລະພາບ ໂດຍບໍ່ຈຳເປັນຕ້ອງໃຊ້ສາຍເຊື່ອມຕໍ່ອີກຕໍ່ໄປ ແລະ ນອກຈາກນັ້ນຍັງສາມາດໃຊ້ Galaxy Note20 | Note20 Ultra ເປັນ Touch Pad ຫລື ແປ້ນພິມໄດ້ເຊັ່ນດຽວກັນ.
Link to window: ອີກຟັງຊັ່ນໜຶ່ງທີ່ມະຫັດສະຈັນໃນ Galaxy Note20| Note20 Ultra ທີ່ຈະເຮັດໃຫ້ຜູ້ໃຊ້ງານນັ້ນມີຄວາມສະດວກສະບາຍກັບການເຮັດວຽກຮ່ວມກັບອຸປະກອນອືື່ນເຊັ່ນ: ຄອມພິວເຕີ ໃນເລື່ອງຂອງການ ດຶງ ແລະ ກ໋ອບປີ້ ຂໍ້ມູນຈາກໂທລະສັບ ຫາ ຄອມພິວເຕີແບບງ່າຍດາຍ.


ສະເປັກເຄື່ອງ: Galaxy Note20 Ultra ມີຂະໜາດໜ້າຈໍ 6.9 ນີ້ວ(WQHA Dynamic AMOLED 2X) ທີ່ມີຄວາມລະອຽດ ແລະ ສົມຈິງຂອງໜ້າຈໍ 2ເທົ່າ ແລະ ນອກຈາກນັ້ນ Galaxy Note20 Ultra ມາພ້ອມກ້ອງໜ້າ 10 ລ້ານພິເຊວ (Dual Pixel, F2.2), ກ້ອງຫຼັງ 3 ໂຕໄດ້ແກ່: ເລນ Ultra Wide(12MP, F2.2), ເລນ Wide ທີ່ໃຫ້ຄວາມລະອຽດສູງສຸດ 108 ລ້ານພິກເຊວ, ເລນ Tele(12MP, F3.0) ແລະ Laser AF Sensor ທີ່ເປັນເລເຊີໂຟກັດຖ່າຍຮູບ ແລະ ວິດີໂອ ແລະ ເລື່ອງປະສິທິພາບນີ້ຫາຍຫ່ວງກັນເລີຍເພາະມີຄວາມຈຳພາຍໃນໂຕເຄື່ອງ 8GB/256GB ແລະ 8GB/512GB, ສາມາດເພີ່ມຄວາມຈຳສູງສຸດ 1TB ແລະ ຍັງຮອງຮັບການສາກເຕັມໄວ ພ້ອມຂະໜາດແບັດເຕີຣີ 4,500 mAh.
ສຳຫຼັບລຸ້ນຮອງລົງມາແມ່ນ Galaxy Note20 ທີ່ມາພ້ອມໜ້າຈໍ 6.7 ນິ້ວ(FHD+ Super AMOLED Plus), ກ້ອງໜ້າ 10ລ້ານພິກເຊວ(Dual Pixel OIS, F 2.2) ແລະ ເລນ Tele ໃຫ້ຄວາມລະອຽດ 64 ລ້ານພິກເຊວ, ມີຄວາມຈຳພາຍໃນໂຕເຄື່ອງ 8GB/256GB ແລະ ຮອງຮັບການສາກເຕັມໄວ ພ້ອມຂະໜາດແບັດເຕີຣີ 4,300 mAh.


Samsung Note: ຈຸດພິເສດຂອງ Samsung Note ແມ່ນຖືວ່າເໜືອຄວາມຄາດໝາຍຂອງຜູ້ໃຊ້ງານ ເພາະນອກຈາກທີ່ເອົາໄວ້ບັກທຶກແລ້ວ, ເຮົາຍັງສາມາດນໍາເອົາ PDF ເຂົ້າມາກວດແກ້ໄດ້ແບບງ່າຍໆ. ນອກຈາກນັ້ນຍັງສາມາດ Export file ເປັນ PowerPoint ໄດ້.
ໃນງານເປີດໂຕ Galaxy Unpacked ທີ່ຜ່ານມາ, ນອກຈາກ Galaxy Note20 Series ທີ່ໄດ້ເປີດໂຕ, Samsung ຍັງໄດ້ເປີດໂຕອີກ 4 ນະວັດຕະກຳພ້ອມໆກັນເຊັ່ນ: Galaxy Z Fold2 ສະມາດໂຟນທີ່ຍົກລະດັບປະສິດທິພາບຂອງມືຖື, Tab S7|S7+, ໂມງ Smart Watch 3 ແລະ Galaxy Buds Live, ເຊິ່ງແຕ່ລະລຸ້ນ ຊໍາຊຸງປະເທດລາວກໍຈະໄດ້ນຳເຂົ້າມາຈຳໜ່າຍໃນເວລາທີ່ແຕກຕ່າງກັນ.

Galaxy Note20|Note20 Ultra ແມ່ນໄດ້ເປີດໃຫ້ທຸກຄົນຈອງເປັນເຈົ້າຂອງໄດ້ແລ້ວຕັ້ງແຕ່ມື້ນີ້ຈົນຮອດວັນທີ 17 ສິງຫາ 2020 ພ້ອມຂອງແຖມສຸດພິເສດ.