“ ກະທຽມດຳ ” ປ້ອງກັນມະເລັງໄດ້ແທ້ ຫຼື ບໍ່?

307

ກະທຽມດຳ ເປັນກະທຽມອີກຊະນິດໜຶ່ງທີ່ມີສັບພະຄຸນທີ່ດີຕໍ່ຮ່າງກາຍຫຼາຍຈົນເປັນທີ່ນິຍົມໃນໝູ່ຄົນຕ່າງປະເທດ ແລະ ເຫັນວ່າກະທຽມດຳເປັນສະໝຸນໄພຊັ້ນດີທີ່ມີລາຄາສູງນຳອີກ.

ກະທຽມດຳແມ່ນຫຍັງ?

ກະທຽມດຳ (Black Garlic) ແມ່ນກະທຽມສົດ (Allium sativum L.) ທີ່ຜ່ານຂະບວນການໝັກບົ່ມ (fermentation) ເປັນເວລາຢ່າງໜ້ອຍ 1 ເດືອນ ເຮັດໃຫ້ກະທຽມປ່ຽນເປັນສີດຳ, ມີເນື້ອສຳຜັດ, ກິ່ນ, ລົດຊາດ ແລະ ສານສຳຄັນໃນກະທຽມປ່ຽນໄປ.

ກະທຽມດຳປ້ອງກັນມະເລັງໄດ້ແທ້ ຫຼື ບໍ່?

ຈາກການສຶກສາພົບວ່າກະທຽມດໍາມີສານຕ້ານອະນຸມູນອິດສະຫຼະ ກຸ່ມຟລາໂວນອຍ ແລະ ໂພລີຟີນອລ ເຊິ່ງອາດຈະມີສ່ວນຊ່ວຍໃນການປ້ອງກັນການເກີດເຊວມະເລັງ ເຖິງຢ່າງໃດກໍຕາມງານວິໄຈທີ່ກ່ຽວຂ້ອງສ່ວນໃຫຍ່ເປັນການສຶກສາໃນລະດັບຫ້ອງປະຕິບັດການ ຫຼື ສັດທົດລອງ ເຊິ່ງຍັງບໍ່ມີລາຍງານຜົນທາງຄລີນິກໃນດ້ານການປ້ອງກັນພະຍາດ ຫຼື ປະລິມານຮັບປະທານທີ່ສາມາດປ້ອງກັນມະເລັງໄດ້.

ວິທີບໍລິໂພກກະທຽມດຳໃຫ້ປອດໄພ ແລະ ໄດ້ປະໂຫຍດ

ແພດໄດ້ກ່າວວ່າ ການບໍລິໂພກຜະລິດຕະພັນກະທຽມດຳທີ່ໄດ້ມາດຕະຖານ ເພື່ອປ້ອງກັນການໄດ້ຮັບສານປົນເປື້ອນອື່ນໆ ແລະ ຄວນຮັບປະທານໃນປະລິມານທີ່ເໝາະສົມ ເພາະຖ້າຫາກຮັບປະທານໃນປະລິມານທີ່ຫຼາຍເກີນໄປອາດສົ່ງຜົນຂ້າງຄຽງຕໍ່ສຸຂະພາບໄດ້ ໂດຍສະເພາະຜູ້ປ່ວຍພະຍາດມະເລັງທີ່ຢູ່ລະຫວ່າງການຮັກສາ ຄວນຢູ່ພາຍໃຕ້ການເບິ່ງແຍງຂອງແພດໝໍ.