ເຈົ້າແຂວງໄຊຍະບູລີ ຕິດຕາມ ແລະ ລົງຊຸກຍູ້ການປູກພືດເປັນສິນຄ້າ

190

ເມື່ອມໍ່ໆມານີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ຂະບວນການປູກພືດອຸດສາຫະກໍາເປັນສິນຄ້າຂອງປະຊາຊົນເຂດບ້ານຫ້ວຍເລິກ – ວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ.

ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ໃຫ້ຮູ້ວ່າ: ການຜະລິດລະດູຝົນຂອງປະຊາຊົນເມືອງແກ່ນທ້າວ ໃນປີນີ້ແມ່ນເປັນຂະບວນຟົດຟື້ນ ແລະ ປູກສໍາເລັດ 100% ທັນຕາມລະດູການ.

ສໍາລັບການປູກພືດອຸດສາຫະກໍາເປັນສິນຄ້າຂອງປະຊາຊົນໃນຂອບເຂດບ້ານຫ້ວຍເລິກ – ວັງປາ ແມ່ນມີເນື້ອທີ່ທັງໝົດ 24 ພັນກວ່າເຮັກຕາ, ພືດທີ່ປະຊາຊົນປູກສ່ວນໃຫຍ່ແມ່ນ: ມັນຕົ້ນ, ສາລີ, ໝາກງາ, ຖົ່ວດິນ, ຖົ່ວແດງ ແລະ ອື່ນໆ;ມາຮອດປັດຈຸບັນແມ່ນກໍາລັງບົວລະບັດຮັກສາ, ໃສ່ຝຸ່ນ ແລະ ເສຍຫຍ້າ – ຂ້າແມງໄມ້.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ປະຊາຊົນທີ່ໄດ້ ເອົາໃຈໃສ່ໃນການປູກພືດອຸດສາຫະກໍາເປັນສິນຄ້າເພື່ອສົ່ງອອກ, ພ້ອມທັງໄດ້ຮຽກຮ້ອງໃຫ້ປະຊາຊົນຊາວກະສິກອນຈົ່ງສືບຕໍ່ເອົາໃຈໃສ່ໃນການບົວລະບັດຮັກສາ, ການໃສ່ຝຸ່ນ, ການເສຍຫຍ້າຂ້າຫຸ່ນ, ເຝົ້າລະວັງການລະບາດຂອງສັດຕູພືດ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການຜະລິດດັ່ງກ່າວໄດ້ຮັບຜົນຜະລິດສູງຕາມແຜນການທີ່ວາງໄວ້.
ຈາກນັ້ນ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນ ກະຊວງປ້ອງກັນປະ ເທດ ພ້ອມດ້ວຍທີມງານກໍໄດ້ເຂົ້າຢ້ຽມຢາມອ້າຍນ້ອງທະຫານຊາຍແດນທີ່ເຮັດໜ້າທີ່ປ້ອງກັນຊາຍແດນຢູ່ເມືອງທົ່ງມີໄຊ ແລະ ໄດ້ມອບລົດສີ້ງ ຈໍານວນ 1 ຄັນ ມູນຄ່າ 30 ກວ່າລ້ານກີບ.

[ ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ ]