ສະຫວັນນະເຂດ ປັກດໍາເຂົ້ານາປີແລ້ວ 70%

104

ເນື່ອງຈາກສະພາບຝົນຟ້າອາກາດໃນໄລຍະນີ້ບໍ່ຕົກຕາມລະດູການ ສົ່ງຜົນໃຫ້ການປັກດໍາເຂົ້ານາປີໃນປີ 2020 ນີ້, ເກີັດປະສົບບັນຫາຫຼາຍດ້ານ ເປັນຕົ້ນແມ່ນບໍ່ມີນໍ້າໃນການປັກດໍາ ຫຼື ຜູ້ທີ່ປັກດໍາແລ້ວ ຕົ້ນເຂົ້າກໍຕາຍແດດຍ້ອນບໍ່ມີນໍ້າຫຼໍ່ລ້ຽງ.

ທ່ານ ລັດຕະນະ ໄຊສົມບັດ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ກ່າວວ່າ: ປີນີ້ເກີດໄພແຫ້ງແລ້ງຍ້ອນຝົນຕົກບໍ່ຖືກຕ້ອງຕາມລະດູການ ເຮັດໃຫ້ການປັກດໍາເຂົ້ານາປີນີ້ເກີດຄວາມລ່າຊ້າ ໂດຍສະເພາະແມ່ນເຂດທີ່ບໍ່ມີຊົນລະປະທານ, ສົ່ງຜົນໃຫ້ຊາວກະສິກອນບາງກຸ່ມທີ່ບໍ່ມີນໍ້າຕ້ອງໄດ້ໂຈະການປັກດໍາຊົ່ວຄາວ ເພື່ອລໍຖ້ານໍ້າຝົນ.

ພາບປະກອບຂ່າວເທົ່ານັ້ນ

ເຖິງຢ່າງໃດກໍຕາມ, ຂະແໜງປູກຝັງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມໃສ່ໃນການແກ້ໄຂບັນຫາ ເພື່ອໃຫ້ບັນລຸເນື້ອທີ່ການປັກດໍາຕາມແຜນ 212.500 ເຮັກຕາ ໂດຍໃຊ້ແນວເຂົ້າປູກ 12.750 ໂຕນ ແລະ ຄາດຄະເນຜົນຜະລິດຂອງແຜນການແມ່ນ 900.250 ໂຕນ, ສະມັດຖະພາບການຜະລິດສະເລ່ຍ 4,24 ໂຕນຕໍ່ເຮັກຕາ. ຮອດປັດຈຸບັນສາມາດປັກດຳໄດ້ທັງນາດໍາ, ນາຫວ່ານ ແລະ ນາຢອດ ລວມທັງໝົດ 149.592 ເຮັກຕາ ເທົ່າກັບ 70% ຂອງແຜນການ. ເມືອງທີ່ສາມາດປູກເຂົ້າໄດ້ຫຼາຍກວ່າໝູ່ແມ່ນເມືອງສອງຄອນ 21.826 ເຮັກຕາ, ເມືອງຈໍາພອນ 20.064 ເຮັກຕາ, ເມືອງອາດສະພອນ 15.834 ເຮັກຕາ, ເມືອງອາດສະພັງທອງ 12.683 ເຮັກຕາ, ເມືອງໄຊບູລີ 12.492 ເຮັກຕາ ແລະ ອື່ນໆ.

ພະແນກກະສິກໍາ ແລະ ປ່າໄມ້ແຂວງ ສຸມໃສ່ທຸກກໍາລັງເຫື່ອແຮງຂອງອ້າຍນ້ອງພະ ນັກງານວິຊາການ ທັງພາຍໃນ ແລະ ພາຍນອກແກ້ໄຂບັນຫາໃຫ້ປະຊາຊົນ ໂດຍການສົ່ງເສີມໃຫ້ປະຊາຊົນປູກພືດລະດູຝົນ ເພື່ອຊ່ວຍແບ່ງເບົາພາລະຈາກການເຮັດນາປີ ເຊິ່ງມີເນື້ອທີ່ຈໍານວນ 31.600 ເຮັກຕາ, ພືດທີ່ນິຍົມປູກແມ່ນມີສາລີຫວານ, ໝາກເຜັດ, ໝາກໂມ, ອ້ອຍ, ມັນຕົ້ນ, ຖົ່ວດິນ ແລະ ອື່ນໆ ມາຮອດປັດຈຸບັນສາມາດປະຕິບັດໄດ້ 14.370,8 ເຮັກຕາ ເທົ່າກັບ 45,5% ຂອງແຜນການ.