ອຸດົມໄຊ – ໄຊຍະບູລີ ລົງນາມການເປີດບໍລິການຂົນສົ່ງໂດຍສານ

0
217

ພິທີເຊັນບົດບັນທຶກ ວ່າດ້ວຍການເປີດບໍລິການຂົນສົ່ງໂດຍສານສາຍທາງ ລະຫວ່າງ ແຂວງ ອຸດົມໄຊ ກັບ ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ກັບ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 31 ກໍລະກົດ 2020 ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງອຸດົມໄຊ.

ສໍາລັບເນື້ອໃນບົດບັນທຶກດັ່ງກ່າວປະກອບມີທັງໝົດ 12 ມາດຕາ, ໃນນັ້ນແມ່ນເວົ້າເຖິງການກຳນົດປະເພດລົດຂົນສົ່ງ, ເສັ້ນທາງບໍລິການຂົນສົ່ງໂດຍສານ, ກຳນົດສະຖານີເຂົ້າ – ອອກ ແລະ ຈຸດພັກເຊົ່າ, ຈຳນວນຖ້ຽວລົດຕໍ່ມື້, ລາຄາຂົນສົ່ງໂດຍສານ, ການບໍລິການຂາຍປີ້ໂດຍສານ, ການແລ່ນລົດ, ຄວາມຮັບຜິດຊອບຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການປ່ຽນແປງເພີ່ມ ຫຼື ຍົກເລີກສັນຍາ ແລະ ບັນດາຂໍ້ຫ້າມຕ່າງໆ.

ເສັ້ນທາງລະຫວ່າງແຂວງອຸດົມໄຊ ຫາ ໄຊຍະບູລີ ມີຄວາມຍາວທັງໝົດ 305 ກິໂລແມັດ. ໃນນັ້ນ, ຈະແລ່ນໄປຕາມເສັ້ນທາງເລກ 2W ແລະ 4A ເຊິ່ງຈະຜ່ານເມືອງແບ່ງ, ເມືອງຮຸນ, ປາກແບງ ແຂວງອຸດົມໄຊ ເຂົ້າສູ່ເມືອງເງິນ, ເມືອງຫົງສາ ແລະ ເຂົ້າຫາເທສະບານແຂວງໄຊຍະບູລີ.

ສ່ວນເສັ້ນທາງລະຫວ່າງສະຖານີຂົນສົ່ງໂດຍສານແຂວງອຸດົມໄຊ ຫາ ສະຖານີຂົນສົ່ງໂດຍສານ ເມືອງຄອບ ແຂວງໄຊຍະບູລີ ມີຄວາມຍາວທັງໝົດ 282 ກິໂລແມັດ ໂດຍຜ່ານເມືອງແບ່ງ, ເມືອງຮຸນ,ເມືອງປາກແບງ ແຂວງອຸດົມໄຊ ເຂົ້າຫາເມືອງເງິນ, ເມືອງຊຽງຮ່ອນ ແລະ ເຂົ້າຫາເມືອງຄອບ ຕາມເສັ້ນທາງເລກ 2W ເຊື່ອມຕໍ່ເສັ້ນທາງ 4A ແລ້ວແຍກຈາກທາງ 4A ເຂົ້າຫາເມືອງຄອບ. ທັງໝົດນັ້ນແມ່ນໃຫ້ນຳໃຊ້ລົດ 15 ບ່ອນນັ່ງຂຶ້ນໄປ.
ສ່ວນການເປີດການບໍລິການຢ່າງເປັນທາງການນັ້ນ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດພາຍຫຼັງທີ່ລົງນາມບົດບັນທຶກໃນຄັ້ງນີ້.

[ ຂ່າວ: ຄານມະນີ ຮຽນດໍຈັນ ]

LEAVE A REPLY

Please enter your comment!
Please enter your name here