ການອະທິບາຍບັນຫາໃນສັງຄົມອອນລາຍ

579

ຍ້ອນວ່າເດືອນສິງຫານີ້ມີວັນທີ 13 ສິງຫາ ເປັນວັນສຳຄັນຂອງວົງການສື່ມວນຊົນນັ້ນຄື: ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ແລະ ວ່າງມໍ່ໆມານີ້ຜູ້ຂຽນກໍໄດ້ຮັບກຽດໄປເປັນວິທະຍາກອນໃນກອງປະຊຸມຂອງສື່ມວນຊົນກໍເລີຍຕັ້ງບັນຫາແລກປ່ຽນໃນຫົວຂໍ້ຂ້າງເທິງ.
ເວົ້າເລື່ອງການອະທິບາຍບັນຫາໃນສັງຄົມອອນລາຍນີ້ແມ່ນໜ້າທີ່ຂອງທົ່ວສັງຄົມ ແຕ່ນັກຂ່າວພວກເຮົາຖືວ່າເປັນພັນທະ.

ພາບປະກອບຂ່າວເທົ່ານັ້ນ

ໃນກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງເລກທີ 019/ສພຊ ລົງວັນທີ 04 ພະຈິກ 2016 ໃນມາດຕາ 3: ການອະທິບາຍສັບໃນຂໍ້ທີ 6 ກຳນົດໄວ້ວ່າ: ນັກຂ່າວ ໝາຍເຖິງບຸກຄະລາກອນຂອງອົງການສື່ມວນຊົນທີ່ເຮັດໜ້າທີ່ຊອກເກັບກຳຂໍ້ມູນ – ຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດແລ້ວແຕ່ງເປັນບົດ, ຂ່າວ ແລະ ລາຍການສະໜອງໃຫ້ແກ່ພາຫະນະສື່ມວນຊົນ.

ພາບປະກອບຂ່າວເທົ່ານັ້ນ

ທີ່ກອງປະຊຸມ

ເຈົ້າພາບເພິ່ນມັກຕັ້ງຫົວຂໍ້ເລື່ອງການຂຽນຂ່າວອະທິບາຍບັນຫາທີ່ສັງຄົມອອນລາຍຕັ້ງຂຶ້ນ.

ໃນເວລາແລກປ່ຽນກັນຜູ້ເຂົ້າຮ່ວມກອງປະຊຸມມັກຕັ້ງບັນຫາເລື່ອງຂໍ້ມູນ ເພາະຂ່າວໃນສື່ອອນລາຍຕ້ອງໄວ, ຄັນໄວຂໍ້ມູນມັນກະບໍ່ຄ່ອຍຄົບແລ້ວຊິເຮັດແນວໃດ? ວ່າຊັ້ນ!.

ຫຼາຍທ່ານກໍມີຄຳເຫັນແຕກຕ່າງ ແລະ ເປັນປະໂຫຍດ, ແຕ່ໃນນາມສ່ວນຕົວເຫັນວ່າເຮົາສາມາດອອກຂ່າວໄວ, ຂໍ້ມູນບໍ່ທັນຄົບຖ້ວນໄດ້ ແຕ່ເຮົາຕ້ອງອອກຂ່າວຕໍ່ເນື່ອງ, ໃຫ້ຂໍ້ມູນຕື່ມໃນເວລາທີ່ພວກເຮົາໄດ້ຮັບຂໍ້ມູນຕາມຫຼັງ ເຊິ່ງບັນຫານີ້ໃນວົງການສື່ມັກເວົ້າວ່າ: ຕາມຂ່າວ ຫຼື ວ່າເຈາະລຽນຕິດ.

ພາບປະກອບຂ່າວເທົ່ານັ້ນ

ຫາກວ່າເຮົາອອກຂ່າວຄັ້ງດຽວ ບໍ່ອອກຕໍ່ເນື່ອງແລ້ວສັງຄົມອອນລາຍເຂົາຈະເຂົ້າໃຈແນວໃດ? ຢ່າຄິດວ່າອອກຕໍ່ຊັກຊ້າບໍ່ທັນສະຖານະການບໍ່ແມ່ນເນີ? ເພາະເຮົາໄດ້ປ່ອຍຂ່າວໄປກ່ອນແລ້ວ.

ສຳລັບຄວາມໄວນັ້ນ, ຂຽນຂ່າວອອນລາຍແມ່ນຕ້ອງໄວ ແຕ່ຕ້ອງມີຂໍ້ມູນຄົບຖ້ວນ ແລະ ຊັດເຈນມີຫຼັກຖານອ້າງອີງ ( ບຸກຄົນໃນຂ່າວ ). ໂດຍສະເພາະແມ່ນພາກເດີນເລື່ອງອະທິບາຍບັນຫາທີ່ສັງຄົມອອນລາຍຕັ້ງຂຶ້ນ. ຢາກຂຽນຂ່າວອອນລາຍໃຫ້ໄດ້ດີ ຜູ້ຂຽນຕ້ອງເລືອກຫົວຂໍ້ຂ່າວທີ່ເຈາະຈົງໃສ່ບັນຫາທີ່ສັງຄົມອອນລາຍຕັ້ງຂຶ້ນ, ສ່ວນພາກສະຫຼຸບກໍຕ້ອງອະທິບາຍບັນຫາໃຫ້ຊັດເຈນ ບໍ່ຊັ້ນຈະຖືກຄຳສຸພາສິດທີ່ວ່າ: “ ເຮືອຫຼົ້ມບາດຈອດ ”.
ສະເໜີຫົວຂໍ້ນີ້ເພື່ອແລກປ່ຽນກັບຜູ້ຮູ້ທັງຫຼາຍ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ຄົບຮອບ 70 ປີ ທີ່ຈະມາເຖິງ.

( ທິດດີ )